• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ສ. ເຊັກໂກ ເພີ່ມທະວີການຮ່ວມມືຢ່າງມີປະສິດທິຜົນ, ແທດຈິງ

ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ເນັ້ນໜັກວ່າ: ຍາມໃດ ຫວຽດນາມ ກໍ່ເອົາໃຈໃສ່ຊຸກຍູ້ການພົວພັນກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ.

ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ເນັ້ນໜັກວ່າ: ຍາມໃດ ຫວຽດນາມ ກໍ່ເອົາໃຈໃສ່ຊຸກຍູ້ການພົວພັນກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ.

    

ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ (ພາບ:  TTXVN)

ທີ່ການໂອ້ລົມສົນທະນາທາງໂທລະສັບໃນຕອນບ່າຍວັນທີ 15 ກໍລະກົດ, ລະຫວ່າງທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ແລະ ທ່ານລັດຖະມົນຕີການຕ່າງປະເທດ ສ. ເຊັກໂກ Jan Lipavsky, ສອງຝ່າຍໄດ້ເຫັນດີເປັນເອກະພາບຈະເພີ່ມທະວີການຮ່ວມມືຢ່າງມີປະສິດທິຜົນ, ແທດຈິງໃນບັນດາຂົງເຂດເຊິ່ງສອງຝ່າຍມີຄວາມສາມາດບົ່ມຊ້ອນ ແລະ ທ່າແຮງ; ສົ່ງເສີມ, ສ້າງເງື່ອນໄຂໃຫ້ບັນດາໂຄງການລົງທຶນ, ຮ່ວມທຸລະກິດລະຫວ່າງວິສາຫະກິດສອງປະເທດ.

        ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ເນັ້ນໜັກວ່າ: ຍາມໃດ ຫວຽດນາມ ກໍ່ເອົາໃຈໃສ່ຊຸກຍູ້ການພົວພັນກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ, ໃນນັ້ນ ເຊັກໂກ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືບຸລິມະສິດຢູ່ພາກພື້ນ ເອີລົບ ຕາເວັນອອກກາງ; ພ້ອມທັງຂອບອົກຂອບໃຈຕໍ່ລັດຖະບານ, ກະຊວງການຕ່າງປະເທດ ເຊັກໂກ ໄດ້ສ້າງເງື່ອນໄຂເອື້ອອຳນວຍຄວາມສະດວກໃຫ້ແກ່ປະຊາຄົມຊາວ ຫວຽດນາມ ຢູ່ ເຊັກໂກ ດຳລົງຊີວິດ, ຮ່ຳຮຽນ ແລະ ດຳເນີນທຸລະກິດເປັນປົກກະຕິ.

ສ່ວນທ່ານລັດຖະມົນຕີການຕ່າງປະເທດ ສ. ເຊັກໂກ Jan Lipavsky ເນັ້ນໜັກວ່າ: ສ. ເຊັກໂກ ຖື ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ບຸລິມະສິດຢູ່ພາກພື້ນ ອາຊີ - ປາຊີຟິກ. ລັດຖະບານ ເຊັກໂກ ຍາມໃດກໍ່ສະໜັບສະໜູນເພີ່ມທະວີການພົວພັນລະຫວ່າງ ຫວຽດນາມ ແລະ ອີຢູ. ດ້ວຍຖານະຕຳແໜ່ງເປັນປະທານໝູນວຽນຂອງສະພາ ອີຢູ ໃນ 6 ເດືອນທ້າຍປີ 2022, ເຊັກໂກ ຈະຊຸກຍູ້ບັນດາອົງການທີ່ກ່ຽວຂ້ອງຂອງ ອີຢູ ພິຈາລະນາບັນດາຂໍ້ສະເໜີຂອງ ຫວຽດນາມ ກ່ຽວກັບການຍົກເລີກບັດເຫຼືອງ IUU ສຳລັບສິນໃນນ້ຳ ຫວຽດນາມ ກໍ່ຄືບັນດາປະເທດສະມາຊິກ ອີຢູ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA) ໂດຍໄວ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top