• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ສ້າງຄວາມປະທັບໃຈທີ່ງານແຂ່ງຂັນການທະຫານສາກົນ Army Games 2018

ຄະນະຜູ້ແທນ ຫວຽດນາມ ໄດ້ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ແລະ ໄດ້ສ້າງຄວາມປະທັບໃຈອັນດີງາມຕໍ່ເພື່ອນມິດລັດເຊຍ ແລະ ສາກົນ.

ພາບປະກອບ

ແຕ່ວັນທີ 28 ກໍລະກົດ - ວັນທີ 11 ສິງຫາ, ຢູ່ 24 ສະໜາມຊ້ອມຮົບຂອງ 7 ປະເທດໄດ້ຈັດຕັ້ງງານແຂ່ງຂັນການທະຫານສາກົນ 2018 (Army Games 2018), ດ້ວຍການເຂົ້າຮ່ວມຂອງ 207 ທິມ, ໂດຍມີການເຂົ້າຮ່ວມຂອງນາຍທະຫານ, ນັກຮົບກ່ວາ 5.000 ຄົນ ທີ່ມາຈາກ 33 ປະເທດ, ໃນນັ້ນມີ ຫວຽດນາມ.

        ຄະນະຜູ້ແທນ ຫວຽດນາມ ໄດ້ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ແລະ ໄດ້ສ້າງຄວາມປະທັບໃຈອັນດີງາມຕໍ່ເພື່ອນມິດລັດເຊຍ ແລະ ສາກົນ. ຄະນະຜູ້ແທນຂອງ ຫວຽດນາມ ລວມມີນາຍທະຫານ, ນັກຮົບກ່ວາ 50 ຄົນ, ເຂົ້າຮ່ວມການແຂ່ງຂັນໃນ 3 ລາຍການຄື: ການແຂ່ງລົດຖັງ, ຄົວພາກສະໜາມ ແລະ ການປະກວດວິຊາແພດສຳລັບເສນາຮັກ. ຫວຽດນາມ ເຂົ້າຮ່ວມລາຍການດ້ວຍຈິດໃຈຖອດຖອນເອົາບົດຮຽນ ແລະ ພົບປະແລກປ່ຽນ, ຍົກສູງນ້ຳໃຈມິດຕະພາບກັບກອງທັບບັນດາປະເທດເພື່ອນມິດ, ທັງນີ້ເພື່ອກະກຽມໃຫ້ງານແຂ່ງຂັນຄັ້ງຕໍ່ໆໄປດີກ່ວາອີກ.

        Army Games ແມ່ນລາຍການແຂ່ງຂັນການທະຫານລະດັບສາກົນໄດ້ຮັບການຈັດຕັ້ງປະຈຳປີໂດຍກະຊວງປ້ອງກັນປະເທດ ລັດເຊຍ ປຸກລະດົມ ແລະ ລິເລີ່ມຈັດຕັ້ງນັບແຕ່ປີ 2015. Army Games 2018 ໄດ້ຮັບການຈັດຕັ້ງຢູ່ 7 ປະເທດ. ບັນດາທິມເຂົ້າຮ່ວມໄດ້ແຂ່ງຂັນໃນ 28 ເນື້ອໃນ. ນີ້ແມ່ນຄັ້ງທຳອິດ ທີ່ກອງທັບປະຊາຊົນ ຫວຽດນາມ ຈັດສົ່ງຄະນະເຂົ້າຮ່ວມງານແຂ່ງຂັນ.

(ແຫຼ່ງຄັດຈາກ VOV)


ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບເອກອັກຄະລັດຖະທູດ ລາວ ປະຈໍາ ຫວຽດນາມ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບເອກອັກຄະລັດຖະທູດ ລາວ ປະຈໍາ ຫວຽດນາມ

ຍາມໃດ ຫວຽດນາມ ກໍ່ສະໜັບສະໜູນພາລະກິດປ່ຽນແປງໃໝ່ຂອງລາວ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນ ລາວ ຈະສືບຕໍ່ຍາດໄດ້ຜົນງານໃໝ່ໃຫຍ່ຫຼວງກວ່າອີກ.

Top