• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ, ສ.ເກົາຫຼີ ໄດ້ລົງນາມໃນຂໍ້ຕົກລົງຮ່ວມອຸປະຖຳໃຫ້ແກ່ບັນດາໂຄງການຄົ້ນຄ້ວາລວມ

      ວັນທີ 27 ພະຈິກ, ຢູ່ເຊີອຸນ, ປະເທດ ສ.ເກົາຫຼີ, ທ່ານ ຈູງອກແອັງ ລັດຖະມົນຕີກະຊວງ ວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ແລະ ທ່ານ Choi Ki-young ລັດຖະມົນຕີກະຊວງ ວິທະຍາສາດ, ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ ສ.ເກົາຫຼີ ໄດ້ລົງນາມໃນຂໍ້ຕົກລົງຮ່ວມອຸປະຖຳ ໃຫ້ແກ່ບັນດາໂຄງການຄົ້ນຄ້ວາ ປີ 2019 – 2020.

ການເຮັດວຽກລະຫວ່າງ ທ່ານ ຈູງອກແອັງ ລັດຖະມົນຕີກະຊວງ ວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ແລະ ທ່ານ Choi Ki-young ລັດຖະມົນຕີກະຊວງ ວິທະຍາສາດ, ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ ສ.ເກົາຫຼີ (ພາບ: TTXVN)
      ຕາມຂໍ້ຕົກລົງແລ້ວ, ສອງຝ່າຍໄດ້ເຫັດດີເປັນເອກະພາບເລືອກເອົາ 5 ໂຄງການຄົ້ນຄ້ວາລວມເພື່ອຮ່ວມອຸປະຖຳຕາມເງື່ອນໄຂການເງິນ ແລະ ຂໍ້ກຳນົດຂອງແຕ່ລະປະເທດ, ພ້ອມທັງເຫັນດີເປັນເອກະພາບ 4 ໂຄງການຄົ້ນຄ້ວາຕ່າງໆເພື່ອໃຫ້ ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ພ້ອມກັບບັນດາກອງທຶນຕ່າງໆຂອງ ສ.ເກົາຫຼີອຸປະຖຳ.
        ກ່ອນໜ້ານັ້ນ, ທີ່ການແລກປ່ຽນກ່ຽວກັບບາງເນື້ອໃນຮ່ວມມືລະຫວ່າງ ສອງຝ່າຍ, ທ່ານ ຈູງອກແອັງ ໄດ້ສະເໜີໃຫ້ ສ.ເກົາຫຼີ ສືບຕໍ່ສ້າງໂຄງການຮ່ວມມືຄົ້ນຄ້ວາກ່ຽວກັບອຸດສາຫະກຳທາງອາກາດ ແລະ ໂຄງການຄົ້ນຄ້ວາເຕັກໂນໂລຢີຫຼັກແຫຼ່ງຂອງ ການປະຕິວັດ ອຸດສາຫະກຳ 4.0…
            ສ່ວນທ່ານ Choi Ki-young ໃຫ້ຮູ້ວ່າ ໄລຍະຈະມາເຖິງ, ສອງປະເທດຈະມີຫຼາຍໂຄງການຮ່ວມມື ຍ້ອນວ່າ ຫວຽດນາມ ແມ່ນ ປະເທດຈຸດສຸມ ໃນ “ນະໂຍບາຍມຸ່ງໄປສູ່ທາງທິດໃຕ້ໃໝ່ ຂອງ ລັດຖະບານ ສ.ເກົາຫຼີ”.
 (ແຫຼ່ງຄັດຈາກ VOV)
 

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top