• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ສ.ເກົາຫຼີ ມຸ່ງໄປເຖິງໄລຍະຮ່ວມມືໃໝ່

ການຢ້ຽມຢາມແມ່ນໂອກາດເພື່ອໃຫ້ 2 ຝ່າຍຊຸກຍູ້ການພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ແຮງງານ, ການພົວພັນແລກປ່ຽນປະຊາຊົນ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ແລະ ຄະນະຜູ້ແທນ ຫວຽດນາມ ຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ. (ພາບ: quochoi.vn)

ໂດຍໄດ້ຮັບຄຳເຊື້ອເຊີນຈາກທ່ານປະທານສະພາແຫ່ງຊາດສ.ເກົາຫຼີ Park Byeong Seung, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ພວມຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ ໃນລະຫວ່າງວັນທີ 12 – 15 ທັນວາ. ການຢ້ຽມຢາມແມ່ນໂອກາດເພື່ອໃຫ້ 2 ຝ່າຍຊຸກຍູ້ການພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ແຮງງານ, ການພົວພັນແລກປ່ຽນປະຊາຊົນ. ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສ.ເກົາຫຼີ ຈະສືບຕໍ່ພັດທະນາຢ່າງແຮງ, ມີປະສິດທິຜົນ ແລະ ບັນລຸຜົນງານພົ້ນເດັ່ນຫຼາຍຢ່າງໃນໄລຍະຈະມາເຖິງ.

        ການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ແມ່ນການຢ້ຽມຢາມ ສ.ເກົາຫຼີ ເປັນຄັ້ງທຳອິດຂອງການນຳຂັ້ນສູງ ຫວຽດນາມ ພາຍຫຼັງບູລະນະກົງຈັກການນຳອາຍຸການ 2021 – 2026 ໃຫ້ສົມບູນແບບ. ການຢ້ຽມຢາມດຳເນີນໄປໃນຈຸດເວລາ 2 ປະເທດພວມມຸ່ງໄປເຖິງການຍົກລະດັບການພົວພັນໃຫ້ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ໃນປີ 2022.

ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກພັດທະນາການພົວພັນກັບ ສ.ເກົາຫຼີ ຫຼາຍກວ່າອີກ

        ພາຍຫຼັງໄລຍະເກືອບ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ 1992, ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ສ.ເກົາຫຼີ ມີບາດກ້າວພັດທະນາຢ່າງໄວວາທີ່ຫາຍາກ, ໂດຍສະເພາະພາຍຫຼັງ 2 ປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດປີ 2009. ສ.ເກົາຫຼີ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຂອງ ຫວຽດນາມ ໃນບັນດາຂົງເຂດເກືອບທັງໝົດ, ຫວຽດນາມ ແມ່ນຄູ່ຮ່ວມມືຈຸດສຸມຂອງ ສ.ເກົາຫຼີ ໃນນະໂຍບາຍມຸ່ງໄປສູ່ທາງທິດໃຕ້ ເພີ່ມເຕີ່ມໃໝ່.

        ກ່ຽວກັບດ້ານການເມືອງ, ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສ.ເກົາຫຼີ ນັບມື້ນັບເສີມຂະຫຍາຍຢ່າງມີປະສິດທິຜົນ, ແທດຈິງ; ຄວາມໄວ້ເນື້ອເຊື່ອໃຈໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ ຜ່ານບັນດາການຢ້ຽມຢາມ ແລະ ການພົບປະເປັນປະຈຳລະຫວ່າງການນຳຂັ້ນສູງ ແລະ ທຸກຂັ້ນລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງ 2 ປະເທດດ້ວຍຫຼາຍຮູບຫຼາຍແບບ, ນັບທັງໃນໄລຍະເກີດໂລກລະບາດໂຄວິດ-19. ພິເສດ, 2 ຝ່າຍພວມສົມທົບກັນກະກຽມໃຫ້ແກ່ 2 ເຫດການສຳຄັນແມ່ນ ປະຕິບັດບັນດາການເຄື່ອນໄຫວສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສ.ເກົາຫຼີ ແລະ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດໃນປະຈຸບັນໃຫ້ຂຶ້ນສູ່ລະດັບສູງໃໝ່. ທ່ານປະທານກຳມາທິການການຕ່າງປະເທດສະພາແຫ່ງຊາດ ຫວຽດນາມ ຫວູຫາຍຮ່າ, ໃຫ້ຮູ້ວ່າ:

        “ປະທານສະພາແຫ່ງຊາດ ສ.ເກົາຫຼີ ແມ່ນປະທານສະພາແຫ່ງຊາດຄົນທຳອິດທີ່ມາຢ້ຽມຢາມ ຫວຽດນາມ ໃນສະພາບເກີດໂລກລະບາດໂຄວິດ-19 (ປີ 2020) ແລະ ບັນດາກຳມາທິການຂອງສະພາແຫ່ງຊາດ ສ.ເກົາຫຼີ ກໍ່ປາດຖະໜາຢາກຊຸກຍູ້ການຢ້ຽມຢາມ ຫວຽດນາມ. 2 ກຸ່ມສະມາຊິກລັດຖະສະພາມິດຕະພາບຂອງລັດຖະສະພາສ.ເກົາຫຼີ ແລະ ສະພາແຫ່ງຊາດ ຫວຽດນາມ ກໍ່ມີການພົບປະແລກປ່ຽນຢ່າງເປັນປະຈຳ, ບໍ່ພຽງແຕ່ກ່ຽວກັບດ້ານວິຊາການເທົ່ານັ້ນ, ຫາກຍັງມີການແລກປ່ຽນແຂ່ງຂັນກິລາອີກດ້ວຍ”.

        ການຮ່ວມມືທາງດ້ານເສດຖະກິດແມ່ນຈຸດພົ້ນເດັ່ນ ແລະ ແມ່ນເສົາຄ້ຳສຳຄັນໃນການພົວພັນຮ່ວມມືລະຫວ່າງ 2 ປະເທດນັບແຕ່ກ່ອນມາຮອດປະຈຸບັນ. ສັນຍາການຄ້າເສລີ ຫວຽດນາມ - ສ.ເກົາຫຼີ (VKFTA) ມີຜົນສັກສິດນັບແຕ່ເດືອນ ທັນວາ 2015 ໄດ້ສ້າງພື້ນຖານເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນໃຫ້ພັດທະນາຢ່າງແຮງ ແລະ ມີປະສິດທິຜົນກວ່າ. ວົງເງິນການຄ້າລະຫວ່າງ 2 ປະເທດໄດ້ເພີ່ມຂຶ້ນທົບ 140 ເທົ່າ ເທື່ອທຽບໃສ່ໄລຍະສ້າງຕັ້ງການພົວພັນທາງການທູດ. ສຳລັບ ຫວຽດນາມ, ສ.ເກົາຫຼີ ແມ່ນນັກລົງທຶນໃຫຍ່ກວ່າໝູ່, ຢືນອັນດັບທີ 2 ກ່ຽວກັບການສະໜອງທຶນ ODA ແລະ ແມ່ນຄູ່ຄ້າໃຫຍ່. ສຳລັບ ສ.ເກົາຫຼີ, ຫວຽດນາມ ແມ່ນຄູ່ຄ້າໃຫຍ່ຢືນອັນກັບທີ 4.

        ໃນການຮ່ວມມືປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ສ.ເກົາຫຼີ ແມ່ນໜຶ່ງໃນບັນດາປະເທດທຳອິດທີ່ໜູນຊ່ວຍອຸປະກອນການແພດ ແລະ ວັກຊິນຫຼາຍຢ່າງໃຫ້ແກ່ ຫວຽດນາມ. ຫວຽດນາມ ໄດ້ສ້າງທຸກເງື່ອນໄຂສະດວກໃຫ້ແກ່ນັກຊ່ຽວຊານ, ນັກຄຸ້ມຄອງ ສ.ເກົາຫຼີ ເຂົ້າເມືອງເປັນຫຼາຍຄັ້ງ, ຮັບປະກັນການຮັກສາການເຄື່ອນໄຫວທາງດ້ານເສດຖະກິດຢູ່ ຫວຽດນາມ, ຫຼີກລ້ຽງການຕັດຕອນຂອງລະບົບສະໜອງສິນຄ້າຂອງບັນດານັກລົງທຶນ ສ.ເກົາຫຼີ ຢູ່ ຫວຽດນາມ.

ສ້າງພື້ນຖານຮ່ວມມືໃນໄລຍະໃໝ່

        ການພົວພັນລະຫວ່າງ ຫວຽດນາມ - ສ.ເກົາຫຼີ ພວມຢູ່ໃນໄລຍະອັນດີງາມທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ ກ່ອນທີ່ຈັດຕັ້ງພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2022. ຫວຽດນາມ ແມ່ນປະເທດຫຼັກແຫຼ່ງໃນນະໂຍບາຍມຸ່ງໄປສູ່ທິດໃຕ້ໃໝ່ຂອງ ສ.ເກົາຫຼີ. ໃນການຢ້ຽມຢາມ ສ.ເກົາຫຼີ ຄັ້ງນີ້, ການນຳ 2 ປະເທດປຶກສາຫາລືກ່ຽວກັບການຍົກລະດັບການພົວພັນ 2 ຝ່າຍ ຈາກການພົວພັນຄູ່ຮ່ວມມືຍຸດທະສາດໃນປະຈຸບັນ ຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ນອກນັ້ນ, ຈະຊອກຫາວິທີເພື່ອແກ້ໄຂຂໍ້ຕິດຂັດ ພວມກີດຂວາງການຈໍລະຈອນສິນຄ້າ ແລະ ການເຄື່ອນໄຫວສັນຈອນໄປມາລະຫວ່າງ 2 ປະເທດ… ທ່ານປະທານກຳມາທິການການຕ່າງປະເທດສະພາແຫ່ງຊາດ ຫວູຫາຍຮ່າ, ໃຫ້ຮູ້ວ່າ:

        “ໃນການຢ້ຽມຢາມນີ້, ທ່ານປະທານສະພາແຫ່ງຊາດ ຈະຢືນຢັນເລື່ອງ ຫວຽດນາມ ສະໜັບສະໜູນການຍົກລະດັບການພົວພັນລະຫວ່າງ 2 ປະເທດໃຫ້ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ນີ້ແມ່ນລະດັບສູງສຸດໃນການພົວພັນຂອງ ຫວຽດນາມ ກັບບັນດາປະເທດ. ພິເສດ, 2 ປະເທດຈະລົງນາມໃນສັນຍາກ່ຽວກັບການປະກັນສັງຄົມ 2 ຝ່າຍ. ນີ້ແມ່ນສັນຍາສຳຄັນ, ແມ່ນສັນຍາປະກັນສັງຄົມທຳອິດເຊິ່ງ ຫວຽດນາມ ລົງນາມກັບຕ່າງປະເທດ ເພື່ອແນໃສ່ຮັບປະກັນສິດຜົນປະໂຫຍດຂອງຜູ້ອອກແຮງງານ”.

        ການຢ້ຽມຢາມສ.ເກົາຫຼີ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແມ່ນໂອກາດສຳຄັນ ເພື່ອສ້າງຕັ້ງພື້ນຖານໃຫ້ແກ່ຮູບແບບການຮ່ວມມືທາງດ້ານເສດຖະກິດໃນຂົງເຂດຫຼັກແຫຼ່ງຂອງການປະຕິວັດອຸດສາຫະກຳ 4.0, ປັບປຸງການພົວພັນຮ່ວມມື 2 ຝ່າຍ, ປະກອບສ່ວນຮັກສາສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ ແລະ ສາກົນ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top