ຂ່າວສານ
ຫວຽດນາມ ສົມທົບ ແລະ ສະໜັບສະໜູນ ຟີລິບປິນ ຮັບດຳລົງຕຳແໜ່ງບົດບາດປະທານ ອາຊຽນ 2026 ໃຫ້ບັນລຸຜົນສຳເລັດ
ວັນທີ 23 ກໍລະກົດ, ທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ພົບປະກັບທ່ານນາງ Theresa Lazaro, ລັດຖະມົນຕີການຕ່າງປະເທດ ຟີລິບປິນ, ຢູ່ນອກກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 59 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ.
ທ່ານລັດຖະມົນຕີ ເລຮວ່າຍຈຸງ ຕີລາຄາສູງບົດບາດເປັນປະທານ, ບໍລິຫານຢ່າງເປັນເຈົ້າການ ແລະ ມີບັນດາການປະກອບສ່ວນສຳຄັນຂອງ ຟີລິບປິນ ໃນຖານະຕຳແໜ່ງປະທານ ອາຊຽນ 2026; ພິເສດແມ່ນບັນດາຄວາມມານະພະຍາຍາມຮັກສາຄວາມສາມັກຄີ, ຄວາມເຫັນດີເຫັນພ້ອມ, ການກຳນົດທິດການເຂົ້າເຖິງລວມຂອງ ອາຊຽນ ຕໍ່ກັບສະພາບການຜັນແປທີ່ສັບສົນຂອງພາກພື້ນ ແລະ ສາກົນ, ໃນນັ້ນມີເລື່ອງ ຮັບຮອງເອົາຖະແຫຼງການຮ່ວມຂອງບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ກ່ຽວກັບສະພາບການຢູ່ຕາເວັນອອກກາງ. ທ່ານຢືນຢັນວ່າ ຫວຽດນາມ ຈະສືບຕໍ່ສົມທົບກັນກັບ ຟີລິບປິນ ຮັບດຳລົງຕຳແໜ່ງປະທານ ອາຊຽນ 2026 ໃຫ້ບັນລຸຜົນສຳເລັດ.
ເມື່ອແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ລັດຖະມົນຕີ 2 ທ່ານໄດ້ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ມີຄວາມໄວ້ເຊື້ອເຊື່ອໃຈ ແລະ ການສ້າງສັນລະຫວ່າງ 2 ປະເທດ; ພ້ອມກັນປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ເຄົາລົບກົດໝາຍສາກົນ ແລະ ປັບປຸງບົດບາດໃຈກາງຂອງ ອາຊຽນ ໃນໂຄງສ້າງພາກພື້ນ.






