• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ສືບຕໍ່ພັດທະນາຢ່າງແຂງແຮງໃນອະນາຄົດ

ສຳນັກຂ່າວສານ KPL ຂອງລາວ ໄດ້ລົງບົດຂຽນດ້ວຍຫົວຂໍ້ວ່າ “ສະພາແຫ່ງຊາດຫວຽດນາມ ສຳເລັດການບູລະນະບັນດາຕຳແໜ່ງການນຳຂອງກົງຈັກລັດ”, ໄດ້ຕີລາຄາກ່ຽວກັບເລື່ອງສະພາແຫ່ງຊາດຫວຽດນາມ ເລືອກຕັ້ງບັນດາຕຳແໜ່ງຫຼັກແຫຼ່ງ.
ສຳນັກຂ່າວສານ KPL ໄດ້ລົງບົດຂຽນ. (ພາບ: KPL)

ຕອນບ່າຍວັນທີ 06 ເມສາ, ສຳນັກຂ່າວສານ KPL ຂອງລາວ ໄດ້ລົງບົດຂຽນດ້ວຍຫົວຂໍ້ວ່າ “ສະພາແຫ່ງຊາດຫວຽດນາມ ສຳເລັດການບູລະນະບັນດາຕຳແໜ່ງການນຳຂອງກົງຈັກລັດ”, ໄດ້ຕີລາຄາກ່ຽວກັບເລື່ອງສະພາແຫ່ງຊາດຫວຽດນາມ ເລືອກຕັ້ງບັນດາຕຳແໜ່ງຫຼັກແຫຼ່ງ, ລວມມີ: ປະທານປະເທດ, ປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ. ບົດຂຽນໄດ້ເນັ້ນໜັກວ່າ: ດ້ວຍເລື່ອງບູລະນະບັນດາຕຳແໜ່ງຫຼັກແຫຼ່ງຄື ປະທານປະເທດ, ສະພາແຫ່ງຊາດ ແລະ ລັດຖະບານ, ບັນດາສະມາຊິກສະພາແຫ່ງຊາດຫວຽດນາມ ລ້ວນແຕ່ຕັ້ງຄວາມຫວັງຫຼາຍຢ່າງເຂົ້າໃນກົງຈັກຜູ້ນຳພາໃໝ່ ຈະສືບຕໍ່ເສີມຂະຫຍາຍພູມປັນຍາ, ກຳລັງຄວາມສາມາດຢ່າງສຸດຂີດ, ສືບຕໍ່ຜົນສຳເລັດຂອງສະໄໝກ່ອນ, ນຳພາປະເທດຊາດໃຫ້ນັບມື້ນັບພັດທະນາ, ປະຕິບັດຄວາມຄາດຫວັງນຳປະເທດຫວຽດນາມ ໃຫ້ໝັ້ນຄົງເຂັ້ມແຂງ, ວັດທະນາຖາວອນ ຖືກຕາມເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ.

        ບັນດາສຳນັກຂ່າວສານໃຫຍ່ຂອງ ສ.ເຊັກໂກ ຄື: ສຳນັກຂ່າວສານ ເຊັກໂກ (CTK),ໂທລະພາບ ເຊັກໂກ (CT) ແລະ ໜັງສືພິມເອເລັກໂຕນິກ Halonowiny ໄດ້ລົງບັນດາບົດຂຽນໂດຍຖືວ່າ ການນຳຊຸດໃໝ່ຂອງຫວຽດນາມ ຈະສືບຕໍ່ນຳມາເຊິ່ງການພັດທະນາທາງດ້ານເສດຖະກິດ-ສັງຄົມໃຫ້ແກ່ປະເທດຊາດ ໃນສະພາບໂລກລະບາດໂຄວິດ-19 ຍັງມີການຜັນແປຢ່າງສັບສົນໃນທົ່ວໂລກ.

        ແລະກໍ່ໃນວັນດຽວກັນ, ເມື່ອຕອບສຳພາດຕໍ່ນັກຂ່າວ VOV ປະຈຳສະຫະພັນລັດເຊຍ, ທ່ານປະລິນຍາເອກ Evgeny Kobelev, ນັກຊ່ຽວຊານຄົ້ນຄວ້າວິທະຍາສາດຂັ້ນສູງຂອງສູນຄົ້ນຄວ້າຫວຽດນາມ ແລະ ອາຊຽນ - ສະຖາປັນຕາເວັນອອກໄກ, ສະຖາບັນມະຫາບັນດິດວິທະຍາສາດລັດເຊຍ, ໄດ້ຕີລາຄາສູງຕໍ່ບັນດາການນຳຜູ້ໃໝ່ຂອງຫວຽດນາມ ແລະ ຖືວ່າ ຫວຽດນາມ ຄວນສືບຕໍ່ຮັກສາແນວທາງ, ແຜນນະໂຍບາຍພັດທະນາຢ່າງມີປະສິດທິຜົນທີ່ບັນລຸໄດ້ໃນເມື່ອກ່ອນ. ເລື່ອງຮັກສາສະຖຽນລະພາບດັ່ງກ່າວຈະຊ່ວຍສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ບັນດານັກລົງທຶນ, ປະຊາຊົນ ແລະ ປະຊາຄົມສາກົນ.

        ເວັບໄຊສະເພາະກ່ຽວກັບການພົວພັນຕ່າງປະເທດຂອງ ອາຟະລິກາໃຕ້ “The Diplomatic Society” ໄດ້ລົງບົດຂຽນຂອງທ່ານ Kirtan Bhana ບັນນາທິການໃຫຍ່ ໂດຍເນັ້ນໜັກວ່າ: ລັດຖະບານຊຸດໃໝ່ຂອງຫວຽດນາມ ຈະໃຫ້ບຸລິມະສິດທີ່ເໝາະສົມກັບການປະຕິບັດບັນດາໜ້າທີ່ຈຸດສຸມກ່ຽວກັບການພົວພັນຕ່າງປະເທດໃນອາຍຸການຈະມາເຖິງ, ລວມທັງເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ສົມທົບກັບຜົນປະໂຫຍດຂອງ 30 ຄູ່ຮ່ວມມືຍຸດທະສາດ ແລະ ຮອບດ້ານ, ຖືການພັດທະນາເປັນຈຸດສຸມໃນການພົວພັນ, ຖືພາກພື້ນອາຊີ - ປາຊີຟິກ ແມ່ນພາກພື້ນຍຸດທະສາດ, ພ້ອມທັງເພີ່ມທະວີການພົວພັນກັບບັນດາຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນອື່ນໆຢູ່ພາກພື້ນ; ຊຸກຍູ້ລັດທິຫຼາຍຝ່າຍ ແລະ ກົດໝາຍສາກົນ.

 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top