• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ສາມາດເປັນເຈົ້າການປະຕິບັດ 2 ວິທີວິໄຈຫາເຊື້ອໄວຣັດ SARS-CoV-2

      ຕອນເຊົ້າວັນທີ 27 ເມສາ, ພາຍໃຕ້ການເປັນປະທານຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ, ຄະນະຊີ້ນຳແຫ່ງຊາດການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໄດ້ປຶກສາຫາລືກ່ຽວກັບຍຸດທະສາດວິໄຈຫາເຊື້ອໂຄວິດ-19, ໃນນັ້ນ ຍູ້ແຮງການຜະລິດຢາຊີວະພາບ ເພື່ອທົດແທນໃຫ້ຜະລິດຕະພັນນຳເຂົ້າ. ຜູ້ຕາງໜ້າກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ:  ຫວຽດນາມ ພວມນຳໃຊ້ 2 ຊຸດ Kit ວິໄຈຫາເຊື້ອໂຄວິດ-19.

ຫວຽດນາມ ສາມາດເປັນເຈົ້າການປະຕິບັດ 2 ວິທີວິໄຈຫາເຊື້ອໄວຣັດ SARS-CoV-2 (ພາບ:TTXVN)
      ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢັ້ງຢືນວ່າ ຢາຊີວະພາບເພື່ອວິໄຈໄວຂອງ ຫວຽດນາມ ສາມາດທົດແທນໃຫ້ຢາຊີວະພາບຊະນິດຕ່າງໆທີ່ຄ້າຍຄືກັນຂອງຕ່າງປະເທດ. ພິເສດ ເມື່ອຢາຊີວະພາບດັ່ງກ່າວ ໄດ້ຮັບການຢັ້ງຢືນ, ນຳເຂົ້າການຜະລິດທົ່ວໄປ, ຫວຽດນາມ ສາມາດເປັນເຈົ້າການປະຕິບັດທັງ 2 ວິທີການ: PCR ກວດພົບ gen ໄວຣັດ ແລະ ວິໄຈໄວກວດພົບຜູ້ຕິດເຊື້ອໂຄວິດ-19.
        ທີ່ກອງປະຊຸມ, ບັນດາສະມາຊິກຄະນະຊີ້ນຳຖືວ່າ: ເຖິງວ່າໃນ 11 ວັນຜ່ານມາ ຫວຽດນາມ ຍັງບໍ່ທັນຜູ້ຕິດເຊື້ອໃນວົງຄະນະຍາດກໍ່ຕາມ ແຕ່ບັນດາກະຊວງ, ຂະແໜງການຄວນອີງໃສ່ຄຳສັ່ງແນະນຳຂອງລັດຖະບານ, ກະຊວງສາທາລະນະສຸກ ເພື່ອສືບຕໍ່ກວດກາ, ຮັບປະກັນຄວາມປອດໄພ, ປ້ອງກັນ, ສະກັດກັ້ນໂລກລະບາດຕາມຂົງເຂດການຄຸ້ມຄອງ.
 (ແຫຼ່ງຄັດຈາກ VOV)

ຮູບ​ແບບ​ແຮກ​ສ່ຽວ ບ້ານ - ບ້ານ ເພີ່ມ​ພູນ​ຄູນ​ສ້າງ​ຄວາມ​ສາ​ມັກ​ຄີ, ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ລາ​ວ

ຮູບ​ແບບ​ແຮກ​ສ່ຽວ ບ້ານ - ບ້ານ ເພີ່ມ​ພູນ​ຄູນ​ສ້າງ​ຄວາມ​ສາ​ມັກ​ຄີ, ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ລາ​ວ

ໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໄດ້ຮັບການກໍ່ຕັ້ງ ແລະ ເພີ່ມພູນຄູນສ້າງມາແຕ່ດົນນານ. ໄລ່ມາຮອດປັດຈຸບັນ, ສາຍພົວພັນແບບພິເສດມີໜຶ່ງບໍ່ມີສອງໃນໂລກນີ້ ຍັງສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງດ້ວຍຫຼາຍຮູບແບບການຮ່ວມມື, ພົວພັນແລກປ່ຽນທີ່ແຕກຕ່າງກັນໃນຫຼາກຫຼາຍຂົງເຂດ. ໃນນັ້ນ ຕ້ອງເວົ້າເຖິງຮູບແບບແຮກສ່ຽວ ບ້ານ - ບ້ານ, ເຊິ່ງເປັນຮູບແບບທີ່ມີປະສິດທິຜົນປະກອບສ່ວນເສີມສ້າງຄວາມສາມັກຄີ, ມິດຕະພາບລະຫວ່າງສອງປະເທດ ຫວຽດນາມ - ລາວ.

Top