• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ສະໜອງທຶນການສຶກສາໃຫ້ແກ່ນັກສຶກສາ ແລະ ພະນັກງານລາວ ຈຳນວນ 1.100 ທຶນ

      ໃນການເຮັດວຽກຫວ່າງມໍ່ໆມານີ້ ລະຫວ່າງຄະນະປະຕິບັດງານຂອງສະຖານທູດຫວຽດນາມ ປະຈຳ ລາວ ກັບ ກະຊວງສຶກສາທິການ ແລະ ກິລາ ລາວ ກ່ຽວກັບແຜນການຮ່ວມມືລະຫວ່າງສອງປະເທດໃນຂົງເຂດການສຶກສາ, ເຊິ່ງຄາດວ່າ ໃນທ້າຍປີນີ້, ຂະແໜງສຶກສາຂອງສອງປະເທດຈະລົງນາມໃນຂໍ້ຕົກລົງວ່າດ້ວຍຍຸດທະສາດການຮ່ວມມືໃນຂົງເຂດສຶກສາ ໄລຍະ 2021 – 2030.

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ຊ່ວຍເຫຼືອກໍ່ສ້າງໂຮງຮຽນມັດທະຍົມແຫ່ງໜຶ່ງຢູ່ແຂວງບໍລິຄຳໄຊ
(ພາບ: ນັກຂ່າວ
VOV ປະຈຳ ລາວ)
      ໃນສະເພາະໜ້າ, ໃນສົກຮຽນ 2020 – 2021, ຫວຽດນາມ ສືບຕໍ່ສະໜອງທຶນການສຶກສາໃຫ້ແກ່ນັກສຶກສາ, ພະນັກງານລາວ ຈຳນວນ 1.100 ທຶນ ເຊິ່ງບຳລຸງກໍ່ສ້າງໃນຫຼາຍຂົງເຂດ ແລະ ລະດັບທີ່ແຕກຕ່າງກັນ ນັບແຕ່ຊັ້ນປະລິນຍາຕີ, ປະລິນຍາໂທ ແລະ ບຳລຸງສ້າງໄລຍະສັ້ນ. ນອກຈາກທຶນການສຶກສາຂອງລັດຖະບານແລ້ວ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ບັນດາມະຫາວິທະຍາໄລຂອງ ຫວຽດນາມ ກໍໄດ້ສະໜອງທຶນການສຶກສາໃຫ້ນັກສຶກສາລາວຫຼາຍທຶນຕື່ມອີກ.
        ປີ 2019, ລັດຖະບານ ຫວຽດນາມ ໄດ້ສະໜອງທຶກການສຶກສາໃຫ້ແກ່ນັກສຶກສາ ແລະ ພະນັກງານ ລາວ ຈຳນວນກວ່າ 1.200 ທຶນ ມາຮ່ຳຮຽນຢູ່ຫວຽດນາມ ໃນຫຼາຍຂົງເຂດ, ລວມທັງດ້ານການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ວິທະຍາສາດເຕັກໂນໂລຢີ.
        ໃນເກືອບ 10 ປີ ຜ່ານມາ, ນັກສຶກສາລາວມາຮຽນຢູ່ ຫວຽດນາມ ສ່ວນຫຼາຍແມ່ນຮຽນໃນບັນດາຂະແໜງເຕັກນິກ, ເຕັກໂນໂລຢີ, ສ້າງຄູ, ເສດຖະກິດ… ໃນນັ້ນ ມີນັກສຶກສາກວ່າ 51%  ແມ່ນຮຽນຂະແໜງສ້າງຄູຊັ້ນປະລິນຍາຕີຂຶ້ນໄປ, ເພາະວ່າ ນີ້ແມ່ນໜຶ່ງໃນບັນດາຂົງເຂດ ເຊິ່ງ ລາວ ພວມເອົາໃຈໃສ່ພັດທະນາ ເພື່ອຍົກສູງຄຸນນະພາບການສຶກສາພາຍໃນປະເທດ. ນອກຈາກຂະແໜງການສຶກສາແລ້ວ, ລາວ ແລະ ຫວຽດນາມ ຍັງຮ່ວມມືກັນໃນບັນດາຂົງເຂດຄື ວິທະຍາສາດ ແລະ ເຕັກໂນໂລຢີ, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ໂທລະຄົມມະນາຄົມ, ແຮງງານ, ການທ່ອງທ່ຽວ, ບັນຫາຊາຍແດນ ແລະ ເສດຖະກິດ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top