• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ສະເໝີໃຫ້ ອີຢູ ໜູນຊ່ວຍແຫຼ່ງວັກຊິນກັນໂຄວິດ-19

ທ່ານປະທານສະພາແຫ່ງຊາດ ໄດ້ສະເໜີໃຫ້ ອີຢູ ຈົ່ງສືບຕໍ່ໜູນຊ່ວຍ, ສ້າງເງື່ອນໄຂຊ່ວຍຫວຽດນາມ ສຳຜັດກັບແຫຼ່ງວັກຊິນກັນໂຄວິດ-19 ຂອງເອີລົບ, ຮ່ວມມືໃນການແບ່ງປັນລິຂະສິດເຕັກໂນໂລຊີຜະລິດວັກຊິນກັນໂຄວິດ-19.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕ້ອນຮັບທ່ານ Giorgio Aliberti, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າອີຢູ ປະຈຳຫວຽດນາມ. (ພາບ: TTXVN)

ຕອນເຊົ້າວັນທີ 21 ພຶດສະພາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານ Giorgio Aliberti, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າສະຫະພາບເອີລົບ (ອີຢູ) ປະຈຳຫວຽດນາມ ມາເຂົ້າຢ້ຽມຂ່ຳນັບຕາມພິທີການທູດ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ຂອບໃຈ ອີຢູ ທີ່ໄດ້ໜູນຊ່ວຍວັກຊິນໃຫ້ແກ່ຫວຽດນາມ ໃນລໄຍະຜ່ານມາ ຜ່ານກົນໄກ COVAX, WHO. ເຖິງຢ່າງໃດກໍ່ຕາມ, ອັດຕາຜູ້ໄດ້ສັກວັກຊິນຢູ່ຫວຽດນາມ ຍັງຕໍ່ຳຢູ່, ຍັງບໍ່ທັນສ້າງການຕ້ານທານໃນຊຸມຊົນ ເພື່ອສ້າງຄວາມສະດວກໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ, ການແລກປ່ຽນການຄ້າ ແລະ ທ່ອງທ່ຽວ. ຜ່ານທ່ານເອກອັກຄະລັດຖະທູດ, ທ່ານປະທານສະພາແຫ່ງຊາດ ໄດ້ສະເໜີໃຫ້ ອີຢູ ຈົ່ງສືບຕໍ່ໜູນຊ່ວຍ, ສ້າງເງື່ອນໄຂຊ່ວຍຫວຽດນາມ ສຳຜັດກັບແຫຼ່ງວັກຊິນກັນໂຄວິດ-19 ຂອງເອີລົບ, ຮ່ວມມືໃນການແບ່ງປັນລິຂະສິດເຕັກໂນໂລຊີຜະລິດວັກຊິນກັນໂຄວິດ-19.

        ທ່ານເອກອັກຄະລັດຖະທູດ Giorgio Aliberti ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງເພີ່ມທະວີການສັກວັກຊິນກັນໂຄວິດ-19 ໃນປະຈຸບັນ ແລະ ຢືນຢັນວ່າ, ອີຢູ ສະໜັບສະໜູນຢ່າງແຮງກົນໄກ “ທົ່ວໂລກສຳຜັດກັບວັກຊິນກັນໂຄວິດ-19” (COVAX) ແລະ ມາຮອດປະຈຸບັນໄດ້ສະໜອງວັກຊິນໃຫ້ຫວຽດນາມ 2,4 ລ້ານໂດສ ແລ້ວ ແລະ ຈະສືບຕໍ່ເພີ່ມຂຶ້ນນັບແຕ່ນີ້ຮອດທ້າຍປີ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ແບ່ງປັນວ່າ ທ່ານຮອງນາຍົກລັດຖະມົນຕີ David Lammy ແມ່ນການນຳຜູ້ທຳອິດຂອງ ອັງກິດ ເຊິ່ງທ່ານເລຂາທິການໃຫຍ່ພົບປະ ພາຍຫຼັງທີ່ 2 ປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ.

Top