• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ສະເໜີ ສິງກະໂປ ພ້ອມກັນຮ່ວມມືໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ສຳຜັດກັບແຫຼ່ງວັກຊິນ

      ຫວຽດນາມ ສະເໜີໃຫ້ ສິງກະໂປ ພ້ອມກັນຮ່ວມມືຢ່າງແໜ້ນແຟ້ນ, ຊ່ວຍເຫຼືອເຊິ່ງກັນແລະກັນ ພ້ອມກັນຮັບມືກັບໂລກລະບາດໂຄວິດ - 19 ແລະ ສຳຜັດກັບແຫຼ່ງວັກຊິນທີ່ປອດໄພ, ມີປະສິດທິຜົນ. ນີ້ແມ່ນຄໍາສະເໜີຂອງ ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນ ໃນການຕ້ອນຮັບທ່ານ Jaya Ratnam ເອກອັກຄະລັດຖະທູດ ຄົນໃໝ່ຂອງ ສິງປະໂປ ປະຈຳ ຫວຽດນາມ ໃນວັນທີ 26 ພຶດສະພາ, ຢູ່ສຳນັກງານ ລັດຖະບານ.
ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນ ແລະ ທ່ານ Jaya Ratnam ເອກອັກຄະລັດຖະທູດ ຄົນໃໝ່ຂອງ
ສິງປະໂປ ປະຈຳ ຫວຽດນາມ (ພາບ:
VGP)
      ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນ ເຊື່ອໝັ້ນວ່າ ໃນອາຍຸການປະຕິບັດໜ້າທີ່ທາງການທູດຢູ່ ຫວຽດນາມ, ທ່ານເອກອັກຄະລັດຖະທູດ Jaya Ratnam ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາທ່າພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສິງກະໂປ ຢ່າງແຮງໃນບັນດາຂົງເຂດ; ເສີມຂະຫຍາຍປະສິດທິຜົນບັນດາກົນໄກຮ່ວມມືສອງຝ່າຍ, ຈັດຕັ້ງກອງປະຊຸມລັດຖະມົນຕີເຊື່ອມຕໍ່ ຫວຽດນາມ - ສິງກະໂປ ຄັ້ງທີ 15 ແລະ ການປຶກສາຫາລືດ້ານການເມືອງ ຄັ້ງທີ 14 ໃນປີ 2021 ໂດຍໄວ. ທ່ານຮອງນາຍົກລັດຖະມົນຕີ ຖືວ່າ ສອງຝ່າຍຄວນສົມທົບກັນກວດກາ ແລະ ຊຸກຍູ້ການຜັນຂະຫຍາຍບັນດາເນື້ອໃນຮ່ວມມືໃນຂອບເຂດ ສັນຍາເຊື່ອມຕໍ່ເສດຖະກິດ ຫວຽດນາມ - ສິງກະໂປ, ເປີດກວ້າງການຮ່ວມມືອອກສູ່ບັນດາຂົງເຂດຄື ເສດຖະກິດດີຈີຕອນ, ຕົວເມືອງອັດສະລິຍະ, ພັດທະນາພື້ນຖານໂຄງລ່າງ, ເຕັກໂນໂລຢີດີຈີຕອນ…
        ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນ ກໍສະເໜີໃຫ້ທ່ານເອກອັກຄະລັດຖະທູດ ຊຸກຍູ້ການຮ່ວມມືໃນບັນດາຂົງເຂດວັດທະນະທຳ, ການທ່ອງທ່ຽວ, ການພົວພັນແລກປ່ຽນປະຊາຊົນ ແລະ ສົມທົບກັນກະກຽມໃຫ້ແກ່ການເຄື່ອນໄຫວສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 50 ປີ ແລະ ສາຍພົວພັນຄູ່ຮ່ວມມືຍຸດທະສາດ ຄົບຮອບ 10 ປີ ໃນປີ 2023.
        ສ່ວນທ່ານເອກອັກຄະລັດຖະທູດ ສິງກະໂປ Jaya Ratnam ຢັ້ງຢືນວ່າ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສິງກະໂປ ໃຫ້ພັດທະນາຢ່າງແຮງ, ແທດຈິງກວ່າອີກ.
 (ແຫຼ່ງຄັດຈາກ VOV)

ຫວຽດນາມ ມີ 2 ໝູ່ບ້ານອາຊີບທຳອິດຂຶ້ນກັບເຄືອຂ່າຍບັນດານະຄອນຫັດຖະກຳປະດິດຄິດສ້າງໂລກ

ຫວຽດນາມ ມີ 2 ໝູ່ບ້ານອາຊີບທຳອິດຂຶ້ນກັບເຄືອຂ່າຍບັນດານະຄອນຫັດຖະກຳປະດິດຄິດສ້າງໂລກ

2 ໝູ່ບ້ານດັ່ງກ່າວເປັນສະມາຊິກຂອງເຄືອຂ່າຍບັນດານະຄອນຫັດຖະກຳປະດິດຄິດສ້າງໂລກ ເປັນການພິສູດໃຫ້ເຫັນຄວາມມານະພະຍາຍາມໃນການອະນຸລັກຮັກສາບັນດາຄຸນຄ່າທີ່ເປັນມູນເຊື້ອ

Top