• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ສະເໜີໃຫ້ WB ເພີ່ມທະວີການຮ່ວມມືດ້ານພື້ນຖານໂຄງລ່າງຍຸດທະສາດ, logistics

ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟິກ ສະເໜີໃຫ້ WB ເພີ່ມທະວີການຮ່ວມມືໃນຂົງເຂດ, ຄື: ພື້ນຖານໂຄງລ່າງຍຸດທະສາດ, logistics, ພະລັງງານສະອາດ, ການພັດທະນາຕົວເມືອງ, ການຫັນເປັນດີຈີຕອນ, ການຮ່ວມມື ODA…
ທີ່ການຕ້ອນຮັບ (ພາບ: VGP)

ຕອນບ່າຍວັນທີ 25 ພະຈິກ, ທ່ານ ໂຮ່ດຶກເຟິກ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບທ່ານ Carlos Felipe Jaramillio, ຮອງປະທານທະຫານໂລກ (WB) ຮັບຜິດຊອບ ອາຊີຕາເວັນອອກ ປາຊີຟິກ.

        ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟິກ ສະເໜີໃຫ້ WB ເພີ່ມທະວີການຮ່ວມມືໃນຂົງເຂດ, ຄື: ພື້ນຖານໂຄງລ່າງຍຸດທະສາດ, logistics, ພະລັງງານສະອາດ, ການພັດທະນາຕົວເມືອງ, ການຫັນເປັນດີຈີຕອນ, ການຮ່ວມມື ODA… ພ້ອມກັນນັ້ນ, ກໍ່ສະເໜີໃຫ້ທ່ານຮອງປະທານ WB ສົມທົບກັນຢ່າງແໜ້ນແຟ້ນກັບຜູ້ອຳນວຍການແຫ່ງຊາດ WB ປະຈຳ ຫວຽດນາມ ເພື່ອຊຸກຍູ້ການຜັນຂະຫຍາຍບັນດາຂໍ້ລິເລີ່ມການຮ່ວມມື, ຫັນບັນດາບຸລິມະສິດລວມລະຫວ່າງ 2 ຝ່າຍໃຫ້ປະກົດຜົນເປັນຈິງ.

        ສ່ວນທ່ານຮອງປະທານ Carlos Felipe Jaramillio ກໍ່ໄດ້ແລກປ່ຽນກັບທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟິກ ກ່ຽວກັບບັນດາເນື້ອໃນຈຸດສຸມ, ຄື: ການລົງທຶນບັນດາໂຄງການນຳໃຊ້ວິທະຍາສາດ, ເຕັກໂນໂລຊີ, ການຫັນເປັນດີຈີຕອນ, ນະວັດຕະກຳ…

(ແຫຼ່ງຄັດຈາກ VOV)

ສຸມໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສະພາບຝົນຕົກ, ນ້ຳຖ້ວມ, ຮີບເຮັ່ງຮັບມືກັບພາຍຸ Koto

ສຸມໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສະພາບຝົນຕົກ, ນ້ຳຖ້ວມ, ຮີບເຮັ່ງຮັບມືກັບພາຍຸ Koto

ພາຍຸ Koto ໃນປະຈຸບັນແມ່ນມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນກ່ອນ.

Top