• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ: ສະຖານທີ່ອັນດູດດື່ມສຳລັບນັກທ່ອງທ່ຽວແລະນັກລົງທຶນຕ່າງປະເທດ

      ໃນຂອບເຂດງານແຂ່ງຂັນມວຍຫວຽດນາມສາກົນທີ່ນະຄອນທ່ອງທ່ຽວSharm El-Sheikh, ວັນທີ 26-27 ຕຸລາ,ສະຖານທູດຫວຽດນາມແລະອົງການຕາງໜ້າດ້ານການຄ້າໄດ້ຈັດປະຊຸມສຳມະນາສົ່ງເສີມການຄ້າແລະການທ່ອງທ່ຽວຂຶ້ນ. ກອງປະຊຸມສຳມະນາດັ່ງກ່າວໄດ້ດຶງດູດບັນດາແຂກຕ່າງປະເທດ, ອີຢິບແລະອາຟຼິກກາເໜືອເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.

ທ່ານ ເຈິ່ນແທັ່ງກົງ ເອກອັກຄະລັດຖະທູດຫວຽດນາມປະຈຳອີຢິບ 
      ບັນດາແຂກເຂົ້າຮ່ວມໄດ້ຮັບຟັງການແນະນຳຂໍ້ມູນຂ່າວສານໂດຍສັງເຂບກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນ, ການຄ້າຂອງຫວຽດນາມ, ບັນດານະໂຍບາຍດຶງດູດການລົງທຶນ, ກາລະໂອກາດໃນການຮ່ວມມືກໍ່ຄືການພົວພັນການຄ້າ ລະຫວ່າງຫວຽດນາມ-ອີຢິບ, ດ້ວຍຫຼາຍນະໂຍບາຍທີ່ເປີດອົກເປີດໃຈ, ເອື້ອອຳນວຍແລະສະພາບແວດລ້ອມແຫ່ງການລົງທຶນທີ່ສະດວກສະບາຍ, ຫວຽດນາມ ຈຶ່ງນັບມື້ນັບກາຍເປັນສະຖານທີ່ອັນດູດດື່ມສຳລັບບັນດານັກລົງທຶນຕ່າງປະເທດ. ຄຽງຄູ່ກັນນັ້ນ, ຫວຽດນາມກໍ່ໄດ້ມີນັກທ່ອງທ່ຽວຈຳນວນຫຼາຍເລືອກເປັນສະຖານທີ່ມາທ່ອງທ່ຽວ, ທ່ຽວຊົມເພາະມີທິວທັດທຳມະຊາດມີຊື່ສຽງຫຼາຍແຫ່ງ, ຫາດຊາຍທະເລທີ່ສວຍສົດງົດງາມແລະມີຄວາມປອດໄພ. ທ່ານ ເຈິ່ນແທັ່ງກົງ ເອກອັກຄະລັດຖະທູດຫວຽດນາມປະຈຳອີຢິບໃຫ້ຮູ້ວ່າ:
“ ພວກຂ້າພະເຈົ້າມີຄວາມປາດຖະໜາຢາກສົ່ງຂໍ້ມູນຂ່າວສານການທ່ອງທ່ຽວຂອງຫວຽດນາມເຖິງແຂກທ່ອງທ່ຽວອີຢິບແລະບັນດາປະເທດໃນພາກພື້ນໃຫ້ເດີນທາງມາຫວຽດນາມຫຼາຍກວ່າເກົ່າ. ດ້ານອື່ນໆ, ພວກຂ້າພະເຈົ້າກໍ່ມີຄວາມປາດຖະໜາຢາກມີຂໍ້ມູນຂ່າວສານຫຼາຍຢ່າງກ່ຽວກັບບັນດາບໍລິສັດປະກອບການທ່ອງທ່ຽວຂອງອີຢິບເພື່ອຈະໄດ້ມີແຂກຊາວຫວຽດນາມຈຳນວນຫຼາຍເດີນທາງໄປອີຢິບໃນໄລຍະຈະມາເຖິງ. ”
        ແຂກຕ່າງປະເທດຫຼາຍທ່ານທີ່ເຂົ້າຮ່ວມກອງປະຊຸມສຳມະນາດັ່ງກ່າວ, ໄດ້ຖືວ່າ: ຫວຽດນາມກໍ່ເປັນສະຖານທີ່ທ່ອງທ່ຽວທີ່ດີທີ່ສຸດ,ຍ້ອນມີທັດສະນີຍະພາບທີ່ສວຍສົດງົດງານ, ທຳມະຊາດທີ່ໜ້າອອນຊອນ, ປະຊາຊົນມີຄວາມເປັນມິດ./.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top