• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ, ລາວ ແລະ ກຳປູເຈຍ ແກ້ໄຂບັນດາຮົ້ວກີດຂວາງເພື່ອຊຸກຍູ້ການແລກປ່ຽນການຄ້າເຂດຊາຍແດນ

ເວທີປາໄສໄດ້ສຸມໃສ່ປຶກສາຫາລືແກ້ໄຂບັນດາຮົ້ວກີດຂວາງໃນການຊຸກຍູ້ການລົງທຶນ, ການຄ້າໃຫ້ແກ່ 13 ແຂວງ, ຢູ່ເຂດຊາຍແດນຂອງສາມປະເທດ.

ເວທີປາໄສຊຸກຍູ້ການລົງທຶນ - ການຄ້າ - ການທ່ອງທ່ຽວໃນຂອບເຂດກອງປະຊຸມຄະນະກຳມະການປະສານງານເຂດສາມຫຼ່ຽມພັດທະນາ ຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 12.(ພາບ: TTXVN)

ເວທີປາໄສຊຸກຍູ້ການລົງທຶນ - ການຄ້າ - ການທ່ອງທ່ຽວໃນຂອບເຂດກອງປະຊຸມຄະນະກຳມະການປະສານງານເຂດສາມຫຼ່ຽມພັດທະນາ ຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 12 (JCC CLV DTA 12) ໄດ້ດຳເນີນໃນຕອນບ່າຍວັນທີ 9 ມີນາ, ຢູ່ Kratie (ກຳປູເຈຍ). ເວທີປາໄສໄດ້ສຸມໃສ່ປຶກສາຫາລືແກ້ໄຂບັນດາຮົ້ວກີດຂວາງໃນການຊຸກຍູ້ການລົງທຶນ, ການຄ້າໃຫ້ແກ່ 13 ແຂວງ, ຢູ່ເຂດຊາຍແດນຂອງສາມປະເທດ.

       ທີ່ເວທີປາໄສ, ບັນດາຜູ້ແທນໄດ້ໃຫ້ຂໍ້ສັງເກດວ່າ ການຄ້າເຂດຊາຍແດນລະຫວ່າງ ຫວຽດນາມ ແລະ ລາວ, ກຳປູເຈຍ ໃນຊຸມປີຜ່ານມາໂດຍບັນລຸໄດ້ບາດກ້າວພັດທະນາຫຼາຍພໍສົມຄວນແຕ່ຍັງມີຫຼາຍບັນຫາຍັງບໍ່ທັນເຫັນດີເປັນເອກະພາບນຳກັນຄື ການກວດກາຜູ້ໄປມາ, ສິນຄ້າ, ພາຫະນະລະຫວ່າງບັນດາກຳລັງທີ່ມີໜ້າທີ່ຂອງສາມປະເທດ. ຕາມທ່ານ ຫວໍວັນຈຸງ ຮອງຫົວໜ້າກົມລົງທຶນການຕ່າງປະເທດ (ກະຊວງແຜນການ ແລະ ການລົງທຶນ) ແລ້ວ, 13 ແຂວງນອນໃນເຂດສາມຫຼ່ຽມພັດທະນາ CLV  ຄວນສັງເກດຄືນບັນດາຄວາມຫຍຸ້ງຍາກ, ບໍ່ເຖຶງຖອງດັ່ງກ່າວເພື່ອຫຼີກລ້ຽງໄພຕົກຖອຍຫຼັງ.

(ແຫຼ່ງຄັດຈາກ VOV)


ຫວຽດນາມ ຍົກສູງບັນດາຫຼັກການຂອງກົດບັດສະຫະປະຊາຊາດ

ຫວຽດນາມ ຍົກສູງບັນດາຫຼັກການຂອງກົດບັດສະຫະປະຊາຊາດ

ກອງປະຊຸມຄະນະປະຈຳ ICAPP ຄັ້ງທີ 43 ສຸມໃສ່ຕີລາຄາຄືນໃໝ່ການເຄື່ອນໄຫວຂອງ ICAPP ພາຍຫຼັງກອງປະຊຸມຄົບຄະນະຄັ້ງທີ 12 (ທ້າຍປີ 2024).

Top