• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ລາວ ແລກປ່ຽນບົດຮຽນການເຄື່ອນໄຫວຂອງອຳນາດການປົກຄອງທ້ອງຖິ່ນ

      ບັນດາບົດຮຽນທີ່ໄດ້ຮັບຈາກນະຄອນ ຮ່າໂນ້ຍ ຈະຊ່ວຍສະພາແຫ່ງຊາດ ລາວ, ບັນດາອົງການຂອງສະພາແຫ່ງຊາດ ແລະ ອົງການປົກຄອງທ້ອງຖິ່ນໃນການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ຕິດຕາມກວດກາ, ກໍ່ຄືການປະຕິບັດກົດໝາຍ.
ທ່ານນາງ ຕ່ອງທິຟ້ອງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ , ທ່ານ ຮ່ວາງຈູງຫາຍ ເລຂາ ອົງຄະນະພັກນະຄອນ ຮ່າໂນ້ຍຕ້ອນຮັບ ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ . (ພາບ:hanoimoi.com.vn
      ວັນທີ 5 ມີນາ, ອົງຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ ນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງກອງປະຊຸມສຳມະນາ ແລກປ່ຽນບົດຮຽນຂອງອຳນາດການປົກຄອງຂັ້ນທ້ອງຖິ່ນ. ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ, ທ່ານນາງ ຕ່ອງທິຟ້ອງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ , ທ່ານ ຮ່ວາງຈູງຫາຍ ເລຂາ ອົງຄະນະພັກນະຄອນ ຮ່າໂນ້ຍ ເປັນປະທານຮ່ວມກອງປະຊຸມສຳມະນາ.
      ກ່າວຄຳເຫັນຢູ່ທີ່ກອງປະຊຸມສຳທະນາ, ທ່ານນາງ ຕ່ອງທິຟ້ອງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ ຮ່າໂນ້ຍ ຄວນສືບຕໍ່ແລກປ່ຽນບົດຮຽນຫົວເລື່ອງສະເພາະ ກັບບັນດາສະຫາຍລາວ, ເປັນຕົ້ນແມ່ນກ່ຽວກັບ ຄວາມສາມາດໃນການພັດທະນາ ແລະ ບໍລິຫານຕົວເມືອງ, ບັນດານະໂຍບາຍພິເສດເຊິ່ງ ສະພາປະຊາຊົນນະຄອນ ຮ່າໂນ້ຍ ໄດ້ວາງອອກ.
      ສ່ວນທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ລາວ ໄດ້ຢັ້ງຢືນວ່າ ບັນດາບົດຮຽນທີ່ໄດ້ຮັບຈາກນະຄອນ ຮ່າໂນ້ຍ ຈະຊ່ວຍສະພາແຫ່ງຊາດ ລາວ, ບັນດາອົງການຂອງສະພາແຫ່ງຊາດ ແລະ ອົງການປົກຄອງທ້ອງຖິ່ນໃນການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ຕິດຕາມກວດກາ, ກໍ່ຄືການປະຕິບັດກົດໝາຍ. ທ່ານນາງ ປານີ ຢາທໍ່ຕູ້ ມີຄວາມຫວັງວ່າໃນໄລຍະຈະມາເຖິງ, ຄຽງຄູ່ກັບບັນດາການເຄື່ອນໄຫວຮ່ວມມືຂັ້ນສູງ, ບັນດາອົງການຂອງນະຄອນ ຮ່າໂນ້ຍ, ໂດຍສະເພາະ ແມ່ນສະພາປະຊາຊົນຂອງທັງສອງນະຄອນຫຼວງ ແມ່ນ ຮ່າໂນ້ຍ ແລະ ວຽງຈັນ, ຈະສືບຕໍ່ເພີ່ມທະວີການຮ່ວມມືຢ່າງເປັນປະຈຳ, ແໜ້ນແຟ້ນກ່ວາອີກເພື່ອໃຫ້ບັນດາສະພາປະຊາຊົນ ລາວ ຢູ່ບັນດາທ້ອງຖິ່ນມີການເຄື່ອນໄຫວຢ່າງເຂັ້ມແຂງກ່ວາ. 
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top