• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມື ໃນຂົງເຂດກະຈາຍສຽງ - ໂທລະພາບ

      ໂຄງການດັ່ງກ່າວ ແມ່ນໂຄງການຮ່ວມມືຊ່ວຍເຫຼືອຂອງລັດຖະບານຫວຽດນາມ ທີ່ສະຫງວນໃຫ້ແກ່ພັກ, ລັດຖະບານ ແລະ ປະຊາຊົນບັນດາເຜົ່າ; ຊ່ວຍເພີ່ມລະດັບຄວບຄຸມຄື້ນ, ກະຈາຍສຽງ-ໂທລະພາບ ຢູ່ເຂດພາກກາງ ເພື່ອຊ່ວຍປະຊາຊົນລາວ ໄດ້ຮັບຂໍ້ມູນຂ່າວສານທີ່ມີປະໂຫຍດ, ເຂົ້າໃຈແຈ້ງກ່ຽວກັບແນວທາງ, ແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ ຢ່າງວ່ອງໄວ ແລະ ທັນການ

ພິທີມອບ-ຮັບ ສະຖານີຖ່າຍທອດກະຈາຍສຽງ - ໂທລະພາບ ເຂດພາກກາງລາວ ລະຫວ່າງ ວິທະຍຸກະຈາຍສຽງ ຫວຽດນາມ ແລະ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ລາວ (ພາບ: TTXVN)
      ວັນທີ 24 ທັນວາ, ຢູ່ແຂວງສະຫວັນນະເຂດຂອງລາວ, ໄດ້ດໍາເນີນພິທີມອບ-ຮັບ ແລະ ນໍາເຂົ້າໃຊ້ການສະຖານີຖ່າຍທອດກະຈາຍສຽງ - ໂທລະພາບ ເຂດພາກກາງລາວ ລະຫວ່າງ ວິທະຍຸກະຈາຍສຽງ ຫວຽດນາມ ແລະ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ລາວ. ກ່າວຄໍາເຫັນທີ່ພິທີ, ທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ລາວ ສະຫວັນຄອນ ຣາສະມົນຕີ ໃຫ້ຮູ້ວ່າ: ໂຄງການດັ່ງກ່າວ ແມ່ນໂຄງການຮ່ວມມືຊ່ວຍເຫຼືອຂອງລັດຖະບານຫວຽດນາມ ທີ່ສະຫງວນໃຫ້ແກ່ພັກ, ລັດຖະບານ ແລະ ປະຊາຊົນບັນດາເຜົ່າ; ຊ່ວຍເພີ່ມລະດັບຄວບຄຸມຄື້ນ, ກະຈາຍສຽງ-ໂທລະພາບ ຢູ່ເຂດພາກກາງ ເພື່ອຊ່ວຍປະຊາຊົນລາວ ໄດ້ຮັບຂໍ້ມູນຂ່າວສານທີ່ມີປະໂຫຍດ, ເຂົ້າໃຈແຈ້ງກ່ຽວກັບແນວທາງ, ແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ ຢ່າງວ່ອງໄວ ແລະ ທັນການ ປະກອບສ່ວນພັດທະນາ ແລະ ຊຸກຍູ້ສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ເຂົ້າ​ຮ່ວມ​ເທດ​ສະ​ການວັດ​ທະ​ນະ​ທຳ ແລະ ອາ​ຫານ​ການ​ກິນ ອາ​ຊຽນ 2025 ຢູ່ ອິນ​ເດຍ

ຫວຽດ​ນາມ ເຂົ້າ​ຮ່ວມ​ເທດ​ສະ​ການວັດ​ທະ​ນະ​ທຳ ແລະ ອາ​ຫານ​ການ​ກິນ ອາ​ຊຽນ 2025 ຢູ່ ອິນ​ເດຍ

ຕອນບ່າຍວັນທີ 11 ຕຸລາ, ເທດສະການວັດທະນະທຳ ແລະ ອາຫານການກິນ ອາຊຽນ 2025 (ASEAN Bazaar 2025) ໄດ້ດຳເນີນຢູ່ນະຄອນຫຼວງ New Delhi ຂອງ ອິນເດຍ.

Top