• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ-ລາວ ສົມທົບກັນຄຸ້ມຄອງເສັ້ນຊາຍແດນ, ຫຼັກໝາຍຊາຍແດນແຫ່ງຊາດໃຫ້ເປັນຢ່າງດີ

2 ຝ່າຍເຫັນດີສືບຕໍ່ສົມທົບກັນຈັດການຄຸ້ມຄອງເສັ້ນຊາຍແດນ, ຫຼັກໝາຍຊາຍແດນແຫ່ງຊາດໃຫ້ເປັນຢ່າງດີ.
ກອງປະຊຸມສາມັນປະຈຳປີຄັ້ງທີ 31 ລະຫວ່າງ 2 ຄະນະຜູ້ແທນຊາຍແດນ ຫວຽດນາມ - ລາວ. (ພາບ: laodong.vn)

ວັນທີ 29 ທັນວາ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນມິນຫວູ ແລະ ທ່ານລັດຖະມົນຕີການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ ໄດ້ເປັນປະທານກອງປະຊຸມສາມັນປະຈຳປີຄັ້ງທີ 31 ລະຫວ່າງ 2 ຄະນະຜູ້ແທນຊາຍແດນ ຫວຽດນາມ - ລາວ.

        ທີ່ກອງປະຊຸມ, 2 ຝ່າຍເຫັນດີສືບຕໍ່ສົມທົບກັນຈັດການຄຸ້ມຄອງເສັ້ນຊາຍແດນ, ຫຼັກໝາຍຊາຍແດນແຫ່ງຊາດໃຫ້ເປັນຢ່າງດີ; ພ້ອມກັນຄົ້ນຄວ້າ, ສະເໜີຕໍ່ລັດຖະບານ 2 ປະເທດ ອະນຸຍາດໃຫ້ຜັນຂະຫຍາຍບັນດາມາດຕະການ, ໃນນັ້ນມີການນຳໃຊ້ໜັງສືຜ່ານແດນວັກຊິນເອເລັກໂຕນິກ ເພື່ອແນໃສ່ສ້າງເງື່ອນໄຂໃຫ້ແກ່ການໄປມາລະຫວ່າງ 2 ປະເທດກວ່າອີກ ໃນສະພາບໂລກລະບາດໂຄວິດ-19 ຍັງສືບຕໍ່ແຜ່ລະບາດ; ພ້ອມກັນນັ້ນ, ປະກາດໃຊ້ ແລະ ນຳໃຊ້ນະໂຍບາຍ, ກົນໄກພິເສດສະເພາະ ເພື່ອແນໃສ່ສົ່ງເສີມ, ດຶງດູດວິສາຫະກິດຂອງ 2 ປະເທດລົງທຶນ ພັດທະນາເຂດຊາຍແດນ, ພິເສດແມ່ນຝ່າຍ ລາວ. 2 ຝ່າຍກໍ່ເປັນເອກະພາບສືບຕໍ່ຊຸກຍູ້ການລົງທຶນພື້ນຖານໂຄງລ່າງດ່ານຊາຍແດນ ແລະ ເຊື່ອມຕໍ່ທາງຄົມມະນາຄົມເພື່ອສ້າງເງື່ອນໄຂຍູ້ແຮງການແລກປ່ຽນການຄ້າ; ເພີ່ມທະວີວຽກງານໂຄສະນາ, ເຜີຍແຜ່ກົດໝາຍວ່າດ້ວຍຊາຍແດນໃຫ້ພະນັກງານ, ນັກຮົບ ແລະ ປະຊາຊົນ 2 ປະເທດ.

        ສິ້ນສຸດກອງປະຊຸມ, 2 ຝ່າຍໄດ້ເຫັນດີຈະຈັດກອງປະຊຸມສາມັນປະຈຳປີຄັ້ງທີ 32 ລະຫວ່າງ 2 ຄະນະຜູ້ແທນຊາຍແດນ ຫວຽດນາມ - ລາວ ໃນໄຕມາດທີ 4 ປີ 2022 ຢູ່ ລາວ.

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top