• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ລາວ: ລົງນາມໃນຂໍ້ຕົກລົງການຮ່ວມມືດ້ານຖະແຫຼງຂ່າວ - ສື່ສານ

ສອງຝ່າຍຈະເພີ່ມທະວີຊຸກຍູ້ການຮ່ວມມືດ້ານສຶກສາຜັນຂະຫຍາຍສ້າງຕັ້ງສູນສຳເນົາສື່ເອເລກໂຕນິກ, ນຳໃຊ້ແຫຼ່ງເງິນທຶນ ODA ຈາກ ລັດຖະບານ ຫວຽດນາມ ທີ່ສະຫງວນໃຫ້ບັນດາໂຄງການພັດທະນະຢ່າງມີປະສິດທິຜົນ.

ການເຈລະຈາລະຫວ່າງກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ
ແລະ ກະຊວງຖະແຫຼງຂ່າວ - ວັດທະນະທຳ ແລະ ທ່ອງທ່ຽວ ລາວ

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ ແຕ່ວັນ 11 – 13 ມີນາ, ຕອນບ່າຍວັນທີ 11 ມີນາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານ ຫງວຽນແມ້ງຮູ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໄດ້ມີການເຈລະຈາກັບ ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫຼງຂ່າວ - ວັດທະນະທຳ ແລະ ທ່ອງທ່ຽວ ລາວ. ທີ່ນີ້, ທ່ານ ຫງວຽນແມ້ງຮູ່ງ ໄດ້ສະແດງຄວາມຫວັງວ່າ ສອງຝ່າຍຈະເພີ່ມທະວີຊຸກຍູ້ການຮ່ວມມືດ້ານສຶກສາຜັນຂະຫຍາຍສ້າງຕັ້ງສູນສຳເນົາສື່ເອເລກໂຕນິກ, ນຳໃຊ້ແຫຼ່ງເງິນທຶນ ODA ຈາກ ລັດຖະບານ ຫວຽດນາມ ທີ່ສະຫງວນໃຫ້ບັນດາໂຄງການພັດທະນະຢ່າງມີປະສິດທິຜົນ, ຍົກສູງກຳລັງຄວາມສາມາດໃຫ້ແກ່ວິທະຍຸກະຈ່າຍສຽງ - ໂທລະພາບຂອງ ລາວ , ເພີ່ມທະວີການແລກປ່ຽບຄະນະຜູ້ແທນ, ຝຶກອົບຮົມ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ ລາວ… ທ່ານ ຫງວຽນແມ້ງຮູ່ງ ຍັງສະເໜີໃຫ້ກະຊວງທັງສອງປະເທດເພີ່ມທະວີການໂຄສະນາຂໍ້ມູນຂ່າວສານກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ, ວັດທະນະທຳ, ປະເທດຊາດ ແລະ ປະຊາຊົນຂອງແຕ່ລະປະເທດເພື່ອເຮັດໃຫ້ປະຊາຊົນທັງສອງປະເທດນັບມື້ນັບມີຄວາມເຂົ້າໃຈກ່ຽວກັບໄມຕິຈິດມິດຕະພາບແບບພິເສດ ຫວຽດນາມ - ລາວ, ລາວ  - ຫວຽດນາມໃຫ້ເລິກເຊິ່ງກ່ວາອີກ.

 
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top