• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ລາວ ຍູ້ແຮງການຮ່ວມມື, ພັດທະນາແຫຼ່ງກຳລັງວົງຄະນະຍາດອາໄສຢູ່ຕ່າງປະເທດ

- ສິ້ນສຸດການເຮັດວຽກ, 2 ຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືໃນວຽກງານຊາວ ຫວຽດນາມ ແລະ ຊາວ ລາວ ອາໄສຢູ່ຕ່າງປະເທດ ໄລຍະ 2026 – 2030 ລະຫວ່າງ 2 ກະຊວງການຕ່າງປະເທດ.
  ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ລາວ ຕ້ອນ​ຮັບທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ (ພາບ: VNA)  

ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ລາວ ແຕ່​ວັນ​ທີ 15 – 16 ກໍ​ລະ​ກົດ, ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ, ໂດຍ​ທ່ານ​ນາງ ເລ​ທິ​ທູ​ຮັ່ງ, ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ, ເປັນ​ຫົວ​ໜ້າ​ຄະ​ນະ, ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ ທອງ​ສະ​ຫວັນ ພົມ​ວິ​ຫານ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລາວ ແລະ ດຳ​ເນີນ​ການ​ໂອ້​ລົມ​ສົນ​ທະ​ນາ​ກັບ​ທ່ານ ​ພົງ​ສະ​ຫວັນ ສີ​ສຸ​ລາດ, ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າ​ງ​ປະ​ເທດ ລາວ ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ແລກ​ປ່ຽນ​ບົດ​ຮຽນ​ໃນ​ວຽກ​ງານ​ຊາວ ຫວຽດ​ນາມ ແລະ ຊາວ ລາວ ອາ​ໄສ​ຢູ່​ຕ່າງ​ປະ​ເທດ.

ໃນ​ຂອບ​ເຂດ​ການ​ໂອ້​ລົມ​ສົນ​ທະ​ນາ, 2 ຝ່າຍ​ໄດ້​ເຫັນ​ດີ​ສືບ​ຕໍ່​ຊຸກ​ຍູ້​ການ​ແລກ​ປ່ຽນ​ຄ​ະ​ນະ​ຜ​ູ້​ແທນ; ແບ່ງ​ປັນ​ບົດ​ຮຽນ​ໃນ​ວຽກ​ງານ​ສ້າງ​ນະ​ໂຍ​ບາຍ, ດຶ​ງ​ດູດ​ແຫຼ່ງ​ກຳ​ລັງ​ຈາກ​ວົງ​ຄະ​ນະ​ຍາດ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ເພື່ອ​ຮັບ​ໃຊ້​ການ​ພັດ​ທະ​ນາ​ປະ​ເທດ​ຊາດ; ສົມ​ທົບ​ກັນ​ໂຄ​ສະ​ນາ, ເຜີຍ​ແ​ຜ່​ກົດ​ໝາຍ, ຮັກ​ສາ​ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ຊາດ ແລະ ຈັດ​ບັນ​ດາ​ເຫດ​ການ​ໃຫຍ່​ສະ​ຫງວນ​ໃຫ້​​ວົງ​ຄະ​ນະ​ຍາດ​ຊາວ ຫວຽດ​ນາມ ແລະ ຊາວ​ ລາວ ອາ​ໄສ​ຢູ່​ຕ່າງ​ປະ​ເທດ.

ສິ້ນ​ສຸດ​ການ​ເຮັດ​ວຽກ, 2 ຝ່າຍ​ໄດ້​ລົງ​ນາມ​ໃນ​ບົດ​ບັນ​ທ​ຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ວຽກ​ງານ​ຊາວ ຫວຽດ​ນາມ ແລະ ຊາວ ລາວ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ໄລ​ຍະ 2026 – 2030 ລະ​ຫວ່າງ 2 ກະ​ຊວງ​ການ​ຕ່າງ​ປະ​ເທດ.

(ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ: ກຸ່ມ​ບໍ​ລິ​ສັດ BRG ນຳ​ຜະ​ລິດ​ຕະ​ພັນ OCOP, ເຄື່ອງ​ໝາຍ​ການ​ຄ້າ ຫວຽດນາມ ບືນ​ຕົວ​ຂຶ້ນ​ສູ່​ລະ​ດັບໂລກ

ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ: ກຸ່ມ​ບໍ​ລິ​ສັດ BRG ນຳ​ຜະ​ລິດ​ຕະ​ພັນ OCOP, ເຄື່ອງ​ໝາຍ​ການ​ຄ້າ ຫວຽດນາມ ບືນ​ຕົວ​ຂຶ້ນ​ສູ່​ລະ​ດັບໂລກ

ດ້ວຍ​ຈິນ​ຕະ​ນາ​ການ​ຍຸດ​ທະ​ສາດ, ຈິດ​ໃຈ​ທົນ​ທານ, ກ້າ​ຄິດ​ກ້າ​ທຳ, ກ້າ​ຮັບ​ຜິດ​ຊອບ, ພ້ອມ​ກັບ​ຈິດ​ໃຈ​ເລີ່ມ​ຕົ້ນທຸ​ລະ​ກິດ Startup ແລະ ຄວາມ​ມຸ່ງ​ຫວັງອຸ​ທິດ​ສ່ວນ​ຢ່າງ​ແຮງກ້າ, ນັກ​ທຸ​ລະ​ກິດ ຫງວຽ​ນ​ທິ​ງາ ພ້ອມ​ກັບ​ຖັນ​ແຖວ​ໄດ້​ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ ການ​ບໍ​ລິ​ການ ແລະ ການ​ເງິນ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່, ມີ​ຄວາມ​ສາ​ມາດ​ຄຸ້ມ​ຄອງ​ບໍ​ລິ​ຫານ ແລະ ມີກຳ​ລັງ​ແກ້ງ​ແຍ້ງ​ສູງ.

Top