• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຢືນຢັນ ຄວນສະກັດກັ້ນຄວາມສ່ຽງເກີດການຂັດແຍ່ງໃນເຄືອຂ່າຍອິນເຕີເນັດ

      ວັນທີ 20 ທັນວາ, ແອັດສໂຕນີ ແລະ ອັງກິດ ເປັນປະທານຮ່ວມຈັດຕັ້ງກອງປະຊຸມທາງໄກແບບ Arria ຂອງ ສະພາຄວາມໝັ້ນຄົງ ສປຊ ດ້ວຍຫົວຂໍ້ “ສະກັດກັ້ນການກະທຳບໍ່ດີໃນອິນເຕີເນັດສົ່ງຜົນກະທົບຕໍ່ປະຊາຊົນ". 
ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: TTXVN)
      ກ່າວຄຳເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກວ່າ ຄວນເພີ່ມທະວີການຮ່ວມມືໃນພາກພື້ນ ແລະ ສາກົນ, ການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ ໃນການແບ່ງປັນຂໍ້ມູນຂ່າວສານ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ສະກັດກັ້ນຄວາມສ່ຽງເກີດການຂັດແຍ່ງກັນຢູ່ອິນເຕີເນັດ. ທ່ານເອກອັກຄະລັດຖະທູດ ຢືນຢັນວ່າ ການກະທຳຢູ່ອິນເຕີເນັດ ຕ້ອງສອດຄ່ອງກັບກົດບັດ ສປຊ ແລະ ກົດໝາຍສາກົນ, ປະຕິບັດບັນດາຫຼັກການໂດຍສະໝັກໃຈ, ບໍ່ຜູກມັດກ່ຽວກັບການກະທຳທີ່ມີຄວາມຮັບຜິດຊອບຂອງປະເທດຊາດໃນເຄືອຂ່າຍອິນເຕີເນັດ. ໃນສະພາບເກີດການຂັດແຍ້ງກັນ, ທຸກໆຝ່າຍຕ້ອງມີຄວາມຮັບຜິດຊອບປະຕິບັດກົດໝາຍມະນຸດສະທຳ, ປົກປັກຮັກສາພື້ນຖານໂຄງລ່າງທີ່ຈຳເປັນຕໍ່ການດຳລົງຊີວິດຂອງປະຊາຊົນ. ຜູ້ຕາງໜ້າ ຫວຽດນາມ ກໍຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນການສ້າງຄວາມປອດໄພທາງເຄືອຂ່າຍອິນເຕີເນັດ, ມີສະຖຽນລະພາບ, ໂປ່ງໃສ, ຕອບສະໜອງຜົນປະໂຫຍດອັນຊອບທຳຂອງປະເທດຊາດ ແລະ ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນ.
(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top