• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຢືນຢັນວ່າ ຍາມໃດກໍ່ເອົາໃຈໃສ່ເປັນພິເສດ ແລະ ອຳນວຍຄວາມສະດວກໃຫ້ບັນດານັກລົງທຶນຕ່າງປະເທດ

ຕອນຄ່ຳວັນທີ 24 ພຶດສະພາ, ກ່າວຄຳເຫັນກັບບາງວິສາຫະກິດແຖວໜ້າຂອງ ສ.ເກົາຫຼີ ຢູ່ ເຊີອູນ ໃນການຢ້ຽມຢາມປະເທດ ສ.ເກົາຫຼີ ແຕ່ວັນທີ 22 – 27 ພຶດສະພາ,

ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຫວຽດນາມ ມາຍຕ໋ຽນຢຸງ
ແລະ ບັນດານັກລົງທຶນ ສ.ເກົາຫຼີ (ພາບ:TTXVN )

ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຫວຽດນາມ ມາຍຕ໋ຽນຢຸງ ຢືນຢັນວ່າ: ລັດຖະບານ ຫວຽດນາມ ເອົາໃຈໃສ່ເປັນພິເສດເຖິງເລື່ອງອຳນວຍຄວາມສະດວກໃຫ້ບັນດາວິສາຫະກິດເຂົ້າມາລົງທຶນ ແລະ ທຳການຜະລິດ, ດຳເນີນທຸລະກິດຢູ່ ຫວຽດນາມ. ທີ່ການພົບປະ, ທ່ານລັດຖະມົນຕີ ມາຍຕ໋ຽນຢຸງ ເນັ້ນໜັກວ່າ ລັດຖະບານ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເຖິງເລື່ອງອຳນວຍຄວາມສະດວກໃຫ້ບັນດາວິສາຫະກິດໃນການເຄື່ອນໄຫວລົງທຶນ ແລະ ດຳເນີນທຸລະກິດ ໂດຍຜ່ານການຊີ້ນຳ, ບໍລິຫານຢ່າງຂ້ຽວຂາດ ເພື່ອພັດທະນາເສດຖະກິດ-ສັງຄົມປະເທດຊາດ. ທ່ານລັດຖະມົນຕີ ມາຍຕ໋ຽນຢຸງ ສະແດງໃຫ້ເຫັນຄວາມປາດຖະໜາຢາກໃຫ້ລັດຖະບານ ກໍ່ຄືບັນດາວິສາຫະກິດ ສ.ເກົາຫຼີ ແບ່ງປັນບົດຮຽນ, ໜູນຊ່ວຍ ຫວຽດນາມ ກໍ່ສ້າງ ແລະ ພັດທະນາລັດຖະບານເອເລັກໂຕນິກ.

        ທີ່ການພົບປະດັ່ງກ່າວ, ຜູ້ຕາງໜ້າບາງວິສາຫະກິດ ແລະ ສະຫະສະມາຄົມວິສາຫະກິດ ສ.ເກົາຫຼີ ກໍ່ສະແດງຄວາມຂອບໃຈລັດຖະບານ ຫວຽດນາມ ໄດ້ສ້າງເງື່ອນໄຂໃຫ້ບັນດານັກລົງທຶນ ສ.ເກົາຫຼີ ເຂົ້າມາລົງທຶນຢູ່ ຫວຽດນາມ. 

(ແຫຼ່ງຄັດຈາກ VOV)


ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top