• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຢືນຢັນກົດບັດສປຊແມ່ນພື້ນຖານສຳຄັນໃຫ້ແກ່ການເຄື່ອນໄຫວຂອງປະຊາຄົມສາກົນ

ບັນດາປະເທດຕ້ອງເຄົາລົບກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ ຜ່ານການເຄື່ອນໄຫວຢ່າງລະອຽດ, ເສີມຂະຫຍາຍການຮ່ວມມື, ໜູນຊ່ວຍເຊິ່ງກັນແລະກັນ.

ບັນດາປະເທດຕ້ອງເຄົາລົບກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ ຜ່ານການເຄື່ອນໄຫວຢ່າງລະອຽດ, ເສີມຂະຫຍາຍການຮ່ວມມື, ໜູນຊ່ວຍເຊິ່ງກັນແລະກັນ.

    

ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອັງ. (ພາບ: TTXVN)

ກອງປະຊຸມປະຈຳປີຂອງຄະນະກຳມະການພິເສດກ່ຽວກັບກົດບັດສະຫະປະຊາຊາດ ໄດ້ໄຂຂຶ້ນໃນວັນທີ 23 ກຸມພາ ຢູ່ສຳນັກງານສະຫະປະຊາຊາດ, ນິວຢອກ, ປະເທດ ອາເມລິກາ, ໃນນັ້ນໄດ້ສຸມໃສ່ປຶກສາຫາລືບົດບາດກົດບັດຂອງສະຫະປະຊາຊາດ ໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ ແລະ ການຮ່ວມມືລະຫວ່າງສະຫະປະຊາຊາດ ກັບບັນດາອົງການຈັດຕັ້ງສາກົນຢູ່ພາກພື້ນ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ, ໄດ້ເນັ້ນໜັກເຖິງບົດບາດສຳຄັນຂອງກົດບັດສະຫະປະຊາຊາດ ໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ ແລະ ແມ່ນພື້ນຖານສຳຄັນໃຫ້ແກ່ການເຄື່ອນໄຫວຂອງປະຊາຄົມສາກົນ ໃນຈຸດເວລາທີ່ປະສົບກັບຄວາມຫຍຸ້ງຍາກ. ເພື່ອຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອັງ ເນັ້ນໜັກວ່າ ບັນດາປະເທດຕ້ອງເຄົາລົບກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ ຜ່ານການເຄື່ອນໄຫວຢ່າງລະອຽດ, ເສີມຂະຫຍາຍການຮ່ວມມື, ໜູນຊ່ວຍເຊິ່ງກັນແລະກັນລະຫວ່າງສະຫະປະຊາຊາດ ແລະ ບັນດາອົງການຈັດຕັ້ງຢູ່ພາກພື້ນ ເພື່ອສັນຕິພາບ ແລະ ການພັດທະນາແບບຍືນຍົງ.

ກ່ຽວກັບການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອັງ ຢືນຢັນວ່າ, ຍາມໃດຫວຽດນາມ ກໍ່ຖືເປັນສຳຄັນຫຼັກການພື້ນຖານຂອງກົດໝາຍສາກົນ ແລະ ຕີລາຄາສູງເປັນພິເສດຕໍ່ການປຶກສາສາລືເນື້ອໃນຈຸດສຸມຂອງປີ 2020 ແລະ  2021 ວ່າແມ່ນບັນດາມາດຕະການກຳມະການ ແລະ ພິພາກສາ, ປ່ຽນເໝືອນດັ່ງເຄື່ອງມືທີ່ມີປະສິດທິຜົນເພື່ອແກ້ໄຂການຂັດແຍ້ງກັນ, ຊົມເຊີຍເລື່ອງຄະນະກຳມະການຈະປຶກສາຫາລືກ່ຽວກັບບົດຮຽນທີ່ດີໃນການພິພາກສາ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top