ຫວຽດນາມ ສະໜັບສະໜູນມາດຕະການແກ້ໄຂ 2 ລັດ, ມີຄວາມສະເໝີຕົ້ນສະເໝີປາຍສະໜັບສະໜູນພາລະກິດແຫ່ງການຕໍ່ສູ້ອັນຊອບທຳຂອງປະຊາຊົນ ປາແລັດສະຕິນ ເພື່ອເອກະລາດ ແລະ ບັນດາສິດຕັດສິນດ້ວຍຕົນເອງຂອງຊາດ”. ນີ້ແມ່ນສານຂອງທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ທີ່ການພົບປະສົນທະນາກັບ ທ່ານ Varsen Aghabekian Shahin, ລັດຖະມົນຕີການຕ່າງປະເທດ ປາແລັດສະຕິນ ແລະ ຊາວຕ່າງດ້າວລັດ ປາແລັດສະຕິນ, ໃນຕອນບ່າຍວັນທີ 26 ພະຈິກ, ຢູ່ ຮ່າໂນ້ຍ.
ທີ່ການພົບປະສົນທະນາ, ລັດຖະມົນຕີ 2 ທ່ານໄດ້ພ້ອມກັນແລກປ່ຽນ ແລະ ເປັນເອກະພາບບັນດາມາດຕະການລະອຽດ ແນໃສ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ປາແລັດສະຕິນ, ໃນນັ້ນ, ມີການເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ; ຍົກສູງປະສິດທິຜົນການຮ່ວມມືດ້ານເສດຖະກິດ ຜ່ານການສ້າງເງື່ອນໄຂສະດວກໃຫ້ປະຊາຄົມວິສາຫະກິດ 2 ປະເທດຊອກຫາໂອກາດຮ່ວມມືລົງທຶນ, ດຳເນີນທຸລະກິດ, ເປີດກວ້າງການຮ່ວມມືດ້ານການສຶກສາ - ບຳລຸງສ້າງ, ການພົບປະແລກປ່ຽນປະຊາຊົນ…
ເນື່ອງໃນໂອກາດນີ້, ລັດຖະມົນຕີ 2 ທ່ານກໍ່ໄດ້ເຊັນສັນຍາຍົກເວັ້ນວີຊາໃຫ້ແກ່ຜູ້ຖືມີໜັງສືຜ່ານແດນທາງການທູດຂອງແຕ່ລະປະເທດ.








