• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຢຶດໝັ້ນການປະຕິບັດນະໂຍບາຍ “ຈີນ ດຽວ”

ບົນພື້ນຖານການຢຶດໝັ້ນປະຕິບັດນະໂຍບາຍ “ຈີນດຽວ”, ຫວຽດນາມ ໄດ້ຮັກສາ ແລະ ພັດທະນາການພົວພັນທີ່ເປັນປະເພນີ, ປອດກັບລັດຖະບານກັບ ໄຕ້ຫວັນ ໃນບັນດາຂົງເຂດຄື: ເສດຖະກິດ - ການຄ້າ, ການລົງທຶນ...
ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ
ວັນທີ 14 ມັງກອນ, ເມື່ອຕອບສຳພາດນັກຂ່າວ ທີ່ສະເໜີໃຫ້ຮູ້ ທັດສະນະຂອງ ຫວຽດນາມ ກ່ຽວກັບໝາກຜົນການເລືອກຕັ້ງຜູ້ນຳເຂດແຄ້ວນ ໄຕ້ຫວັນ ໃນວັນທີ 13 ມັງກອນ, ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ: ບົນພື້ນຖານການຢຶດໝັ້ນປະຕິບັດນະໂຍບາຍ “ຈີນດຽວ”, ຫວຽດນາມ ໄດ້ຮັກສາ ແລະ ພັດທະນາການພົວພັນທີ່ເປັນປະເພນີ, ປອດກັບລັດຖະບານກັບ ໄຕ້ຫວັນ ໃນບັນດາຂົງເຂດຄື: ເສດຖະກິດ - ການຄ້າ, ການລົງທຶນ, ວິທະຍາສາດເຕັກໂນໂລຊີ, ວັດທະນະທຳ, ການສຶກສາ…, ບໍ່ພັດທະນາໃນບໍ່ວ່າການພົວພັນລະດັບຊາດໃດໆກັບ ໄຕ້ຫວັນ. ທ່ານນາງ ຟ້າມທູຮັ່ງ ເນັ້ນໜັກວ່າ: ຫວຽດນາມ ເຄົາລົບຫຼັກການ ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ ແລະ ຖືວ່າ, ສັນຕິພາບ, ສະຖຽນລະພາບ, ການຮ່ວມມືຢູ່ຊ່ອງທະເລ ໄຕ້ຫວັນ ມີບົດບາດສຳຄັນຕໍ່ພາກພື້ນ ແລະ ໂລກ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ເລມິນຮຶງ: ຕ້ອງປ່ຽນແປງໃໝ່ລະບົບຈຳໜ່າຍນ້ຳມັນເຊື້ອໄຟຢ່າງແທ້ຈິງ

ທ່ານນາຍົກລັດຖະມົນຕີ ເລມິນຮຶງ: ຕ້ອງປ່ຽນແປງໃໝ່ລະບົບຈຳໜ່າຍນ້ຳມັນເຊື້ອໄຟຢ່າງແທ້ຈິງ

ຕອນເຊົ້າວັນທີ 11 ກັນຍາ, ທີ່ຮ່າໂນ້ຍ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານການເຮັດວຽກກັບກະຊວງອຸດສາຫະກຳການຄ້າ ຫວຽດນາມ ແລະ ບັນດາກະຊວງ, ອົງການທີ່ກ່ຽວຂ້ອງກ່ຽວກັບການສ້າງໂຄງປະກອບ ແລະ ຈັດສັນລະບົບການຈຳໜ່າຍນ້ຳມັນເຊື້ອໄຟຄືນໃໝ່.

Top