• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຢາກປະກອບສ່ວນເຂົ້າໃນການສັກວັກຊິນກັນໂຄວິດ-19 ໃນທົ່ວໂລກ

ຫວຽດນາມ ໄດ້ດຳເນີນບັ້ນສັກວັກຊິນຄັ້ງໃຫຍ່ທີ່ສຸດໃນປະຫວັດສາດ. ມີວັກຊິນກວ່າ 190 ລ້ານໂດສ ທີ່ໄດ້ສັກໃຫ້ 97% ພົນລະເມືອງທີ່ມີອາຍຸແຕ່ 18 ປີຂຶ້ນໄປ ແລະ ເກືອບ 90% ແມ່ນສັກໃຫ້ເດັກທີ່ມີອາຍຸຫຼາຍກວ່າ 12 ປີ.

ຫວຽດນາມ ໄດ້ດຳເນີນບັ້ນສັກວັກຊິນຄັ້ງໃຫຍ່ທີ່ສຸດໃນປະຫວັດສາດ. ມີວັກຊິນກວ່າ 190 ລ້ານໂດສ ທີ່ໄດ້ສັກໃຫ້ 97% ພົນລະເມືອງທີ່ມີອາຍຸແຕ່ 18 ປີຂຶ້ນໄປ ແລະ ເກືອບ 90% ແມ່ນສັກໃຫ້ເດັກທີ່ມີອາຍຸຫຼາຍກວ່າ 12 ປີ.

  

ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິງມິນ. (ພາບ: ກະຊວງການຕ່າງປະເທດ)

ວັນທີ 25 ກັນຍາ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິງມິນ, ມີບົດກ່າວປາໄສອັດຄຼິບວີດີໂອສົ່ງໄປທີ່ກອງປະຊຸມຂັ້ນສູງຂອງສະມັດຊາໃຫຍ່ສະຫະປະຊາຊາດກ່ຽວກັບຫົວຂໍ້ “ສ້າງກຳລັງໜູນໃຫ້ແກ່ການສັກວັກຊິນທົ່ວໂລກ”. ກອງປະຊຸມໄດ້ດຳເນີນຢູ່ສຳນັກງານສະຫະປະຊາຊາດ, ຢູ່ນິວຢອກ, ປະເທດ ອາເມລິກາ, ດ້ວຍການເຂົ້າຮ່ວມ ແລະ ກ່າວຄຳເຫັນໂດຍກົງ ຫຼື ທາງໄກຂອງປະທານສະມັດຊາໃຫຍ່ສະຫະປະຊາຊາດ.

ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຟ້າມບິງມິນ ໃຫ້ຮູ້ວ່າ, ຫວຽດນາມ ໄດ້ດຳເນີນບັ້ນສັກວັກຊິນຄັ້ງໃຫຍ່ທີ່ສຸດໃນປະຫວັດສາດ. ມີວັກຊິນກວ່າ 190 ລ້ານໂດສ ທີ່ໄດ້ສັກໃຫ້ 97% ພົນລະເມືອງທີ່ມີອາຍຸແຕ່ 18 ປີຂຶ້ນໄປ ແລະ ເກືອບ 90% ແມ່ນສັກໃຫ້ເດັກທີ່ມີອາຍຸຫຼາຍກວ່າ 12 ປີ. ທ່ານ ຟ້າມບິງມິນ ໄດ້ຊົມເຊີຍແຈ້ງການຫວ່າງມໍ່ໆມານີ້ຂອງອົງການອະນາໄມໂລກ (WHO) ກ່ຽວກັບເລື່ອງ ບາງປະເທດພວມພັດທະນາ, ໃນນັ້ນມີ ຫວຽດນາມ, ໄດ້ເລືອກເປັນປະເທດຮ່ວມມືຮັບການຖ່າຍທອດເຕັກໂນໂລຊີຜະລິດວັກຊິນ mRNA. ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຟ້າມບິງມິນ ໃຫ້ຮູ້ວ່າ, ຫວຽດນາມ ຈະນຳໃຊ້ກາລະໂອກາດດັ່ງກ່າວໃຫ້ ດີທີ່ສຸດ ເພື່ອປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງສາກົນ ແນໃສ່ຊຸກຍູ້ການສັກວັກຊິນກັນໂຄວິດ-19 ໃນທົ່ວໂລກ.

(ແຫຼ່ງຄັດຈາກ VOV)

ສ້າງສະພາບແວດລ້ອມປອດໂປ່ງໃຫ້ແກ່ສູນການເງິນສາກົນຢູ່ ຫວຽດນາມ

ສ້າງສະພາບແວດລ້ອມປອດໂປ່ງໃຫ້ແກ່ສູນການເງິນສາກົນຢູ່ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ, ຫວຽດນາມ ຢາກພັດທະນາແມ່ນຕ້ອງມີທຶນ; ແລະ ໜຶ່ງໃນບັນດາແຫຼ່ງກຳລັງດ້ານການເງິນແມ່ນມາຈາກສູນການເງິນສາກົນ.

Top