• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດ ໂຄວິດ - 19 ໃໝ່ຕື່ມອີກ 1 ຄົນທີ່ມາຈາກຕ່າງປະເທດ

      ນັບແຕ່ເວລາ 18 ໂມງຂອງວັນທີ 18 ມັງກອນ ຫາ 18 ໂມງຂອງວັນທີ 19ມັງກອນ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດ ໂຄວິດ - 19 ໃໝ່ຕື່ມອີກ 1 ຄົນທີ່ມາຈາກຕ່າງປະເທດ 
ພາບປະກອບ
      ວັນທີ 19 ມັງກອນ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນສະກັດກັ້ນ ໂລກລະບາດໂຄວິດ - 19ໃຫ້ຮູ້ວ່າ ນັບແຕ່ເວລາ 18 ໂມງຂອງວັນທີ 18 ມັງກອນ ຫາ 18 ໂມງຂອງວັນທີ 19ມັງກອນ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດ ໂຄວິດ - 19 ໃໝ່ຕື່ມອີກ 1 ຄົນທີ່ມາຈາກຕ່າງປະເທດ ແລະ ໄດ້ແຍກຕົວ ພາຍຫຼັງເຂົ້າເມືອງໂດຍທັນທີ.
    ສະນັ້ນ, ມາຮອດ ປັດຈຸບັນ ຫວຽດນາມມີຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດ1540 ຄົນ. ໄດ້ປິ່ນປົວຫາຍດີໃຫ້ 1.402 ຄົນ ແລະ ມີ 35 ຄົນເສຍຊີວິດ .
(ແຫຼ່ງຄັດຈາກ VOV)

ສື່ມວນ​ຊົນ​ ລາວ: ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຫວຽດ​ນາມ ຂອງ​ທ່ານ​ປະ​ທານ​ປະ​ເທດ ທອງ​ລຸນ ສີ​ສຸ​ລິດ ປະ​ກອບ​ສ່ວນ​ຮັດ​ແໜ້ນ​ສາຍ​ພົວ​ພັນ​ສອງ​ຝ່າຍ

ສື່ມວນ​ຊົນ​ ລາວ: ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຫວຽດ​ນາມ ຂອງ​ທ່ານ​ປະ​ທານ​ປະ​ເທດ ທອງ​ລຸນ ສີ​ສຸ​ລິດ ປະ​ກອບ​ສ່ວນ​ຮັດ​ແໜ້ນ​ສາຍ​ພົວ​ພັນ​ສອງ​ຝ່າຍ

ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຄັ້ງນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດພາຍຫຼັງໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສະໄໝທີ XII ເມື່ອຕົ້ນເດືອນ ມັງກອນ ຜ່ານມາ, ໄດ້ສະແດງໃຫ້ເຫັນລັກສະນະທີ່ມີຊີວິດຊີວາຂອງສາຍພົວພັນແບບພິເສດ ລາວ - ຫວຽດນາມ.

Top