• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ມີແຜນການຟື້ນຟູ ຖ້ຽວບິນສາກົນ

      ຕອນບ່າຍວັນທີ 9 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິງ ໄດ້ເປັນປະທານກອງປະຊຸມກ່ຽວກັບແຜນການຟື້ນຟູບັນດາຖ້ຽວບິນການຄ້າສາກົນ ນັບແຕ່ວັນທີ 5 ທັນວາ ຕາມຂໍ້ສະເໜີຂອງກະຊວງຄົມມະນາຄົມ ແລະ ຂົນສົ່ງ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບິງມິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)
      ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິງ ຖືວ່າ, ການຟື້ນຟູບັນດາຖ້ຽວບິນການຄ້າສາກົນ ແມ່ນຄວາມຮຽກຮ້ອງຕ້ອງການຕົວຈິງ ໃນສະພາບປົກກະຕິໃໝ່, ພິເສດແມ່ນຕໍ່ຄວາມຕ້ອງການເດີນທາງໄປມາທີ່ເພີ່ມຂຶ້ນໃນຈຸດເວລາທ້າຍປີ. ເຖິງຢ່າງໃດກໍ່ຕາມ, ຄວາມຈຳເປັນທີ່ສຸດແມ່ນເລືອກເອົາບາງປະເທດ ທີ່ມີຄວາມປອດໄພຢູ່ລະດັບສູງ. ຜູ້ໂດຍສານເຂົ້າເມືອງ ຫວຽດນາມ ໃນບັນດາຖ້ຽວບິນຕ້ອງຕອບສະໜອງຕາມຂໍ້ກຳນົດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ, ສັກວັກຊິນກັນໂຄວິດ ຄົບ 2 ເຂັມ, ຫຼື ໄດ້ຮັບການປິ່ນປົວຫາຍດີຈາກໂລກລະບາດໂຄວິດ - 19, ມີຜົນກວດ  PCR ເປັນລົບ ໃນໄລຍະເວລາ 72 ຊົ່ວໂມງກ່ອນທີ່ຈະຂຶ້ນເຮືອບິນ.
      ທ່ານຮອງນາຍົກລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ກະກຽມໂປແກຼມແຈ້ງອາການສຸຂະພາບໃຫ້ເປັນເອກະພາບເພື່ອນຳໃຊ້ກັບຜູ້ເຂົ້າເມືອງ, ສ້າງຄວາມສະດວກໃຫ້ແກ່ການຄວບຄຸມໂລກລະບາດໂຄວິດ - 19. ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິງ ໄດ້ມອບໃຫ້ຫ້ອງວ່າການລັດຖະບານລວບລວມຄຳເຫັນຂອງບັນດາກະຊວງ, ຂະແໜງການ, ກ່ຽວກັບບັນຫານີ້ ເພື່ອລາຍງານຕໍ່ນາຍົກລັດຖະມົນຕີ.
(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top