• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ມີນັກທຸລະກິດຍິງ 2 ຄົນ ນອນໃນ Top 25 ນັກທຸລະກິດຍິງມີສິດອໍານາດໃນອາຊີ

      ວາລະສານ Forbes ຫາກໍປະກາດບັນຊີລາຍຊື່ 25 ນັກທຸລະກິດຍິງທີ່ມີສິດອໍານາດທີ່ສຸດໃນອາຊີ ປີ 2020. ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ໃນນັ້ນ ມີນັກທຸລະກິດຍິງຫວຽດນາມ 2 ຄົນ. ນັ້ນແມ່ນ ທ່ານນາງ ຫງວຽນແບັກດຽບ - ປະທານບໍລິສັດຫຸ້ນສ່ວນ  FPT Retail.

ວາລະສານ Forbes ຫາກໍປະກາດບັນຊີລາຍຊື່ 25 ນັກທຸລະກິດຍິງທີ່ມີສິດອໍານາດທີ່ສຸດໃນອາຊີ ປີ 2020(ພາບ: vov.vn)
      ນັບແຕ່ເມື່ອເປັນປະທານບໍລິສັດໃນປີ 2017, ທ່ານນາງ ຫງວຽນແບັກດຽບ ໄດ້ນໍາ FPT Retail ຈາກຮ້ານຄ້າ 17 ແຫ່ງ ຂະຫຍາຍເປັນລະບົບຂາຍຍ່ອຍໃຫຍ່ອັນດັບທີ 2 ຢູ່ຫວຽດນາມ ດ້ວຍຈໍານວນຮ້ານຄ້າກວ່າ 630 ແຫ່ງໃນທົ່ວປະເທດ. ກ່ອນໜ້ານັ້ນ, ປີ 2019, ທ່ານນາງ ຫງວຽນແບັກດຽບ ໄດ້ຮັບກຽດມີຊື່ໃນບັນຊີລາຍຊື່ແມ່ຍິງ 50 ຄົນທີ່ມີຜົນສະທ້ອນທີ່ສຸດຢູ່ຫວຽດນາມ ໂດຍ Forbes ຫວຽດນາມ ຄັດເລືອກ.
        ຜູ້ທີ 2 ແມ່ນ ທ່ານນາງ ເຈືອງທິເລະແຄງ - ຜູ້ກໍ່ຕັ້ງ ທັງເປັນປະທານ ບໍລິສັດຫຸ້ນສ່ວນ ຫວິງຮວ່ານ. ຕາມ ວາລະສານ Forbes ແລ້ວ, ໃນ 23 ປີຜ່ານມາ, ທ່ານນາງ ເຈືອງທິເລະແຄງ ໄດ້ກໍ່ສ້າງ ຫວິງຮວ່ານກາຍເປັນບໍລິສັດສິນໃນນໍ້າໃຫຍ່ທີ່ສຸດຢູ່ຫວຽດນາມ. ປີ 2019, ຫວິງຮວ່ານກໍແມ່ນບໍລິສັດ ມີການເຄື່ອນໄຫວໃນຂົງເຂດສິນໃນນໍ້າດີທີ່ສຸດຢູ່ຫວຽດນາມ ດ້ວຍລາຍຮັບບັນລຸ 340 ລ້ານ USD ແລະ ຜົນກໍາໄລເຖິງ 50 ລ້ານ USD.
(ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ ບັນ​ດາ​ເຈົ້າ​ໜ້າ​ທີ່​ອາ​ວະ​ໂສ ອາ​ຊຽນ - ຈີນ​ກ່ຽວ​ກັບການປະ​ຕິ​ບັດ​ຖະ​ແຫຼງ​ການວ່າ​ດ້ວຍ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຄັ້ງ​ທີ 25

ກອງ​ປະ​ຊຸມ ບັນ​ດາ​ເຈົ້າ​ໜ້າ​ທີ່​ອາ​ວະ​ໂສ ອາ​ຊຽນ - ຈີນ​ກ່ຽວ​ກັບການປະ​ຕິ​ບັດ​ຖະ​ແຫຼງ​ການວ່າ​ດ້ວຍ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຄັ້ງ​ທີ 25

ທ່ານ ດັ້ງຮ່ວາງຢາງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ ການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ ແມ່ນຕອບສະໜອງຜົນປະໂຫຍດລວມຂອງທຸກປະເທດ

Top