• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ມີທ່າໄດ້ປຽບຈຳນວນໜຶ່ງເພື່ອກຽມພ້ອມໃຫ້ແກ່ຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ

ນັ້ນແມ່ນຄວາມຕັດສິນໃຈການເມືອງສູງຈາກສູນກາງ ຕະຫຼອດຮອດທ້ອງຖິ່ນ; ສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດສະດວກສາມາດດຶງດູດໄດ້ຫຼາຍວິສາຫະກິດທີ່ມີເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ໃຫຍ່ຂົງເຂດເອເລັກໂຕນິກ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມພັດທະນາແຫຼ່ງຊັບພະຍາກອນມະນຸດຮັບໃຊ້ຂະແໜງເຄິ່ງຊັກນຳໄຟຟ້າ (ພາບ:VOV)

ກ່າວຄຳເຫັນທີ່ “ກອງປະຊຸມພັດທະນາແຫຼ່ງຊັບພະຍາກອນມະນຸດຮັບໃຊ້ໃຫ້ແກ່ອຸດສາຫະກຳເຄິ່ງຊັກນຳໄຟຟ້າ” ຈັດຂຶ້ນໃນຕອນບ່າຍວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນຈີ໋ຢຸ້ງ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ຫວຽດນາມ ມີທ່າໄດ້ປຽບຕົ້ນຕໍຈຳນວນໜຶ່ງເພື່ອຢັ້ງຢືນວ່າໄດ້ກຽມພ້ອມໃຫ້ແກ່ຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ. ນັ້ນແມ່ນຄວາມຕັດສິນໃຈການເມືອງສູງຈາກສູນກາງ ຕະຫຼອດຮອດທ້ອງຖິ່ນ; ສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດສະດວກສາມາດດຶງດູດໄດ້ຫຼາຍວິສາຫະກິດທີ່ມີເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ໃຫຍ່ຂົງເຂດເອເລັກໂຕນິກ. ໂຄງການພັດທະນາແຫຼ່ງຊັບພະຍາກອນມະນຸດຮັບໃຊ້ຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ ກຳນົດເປົ້າໝາຍຮອດປີ 2030, ນັກວິສະວະກອນ ຫວຽດນາມ ຈະເຂົ້າຮ່ວມເລິກເຊິ່ງໃນຂັ້ນຕອນອອກແບບ, ຂັ້ນຕອນຫຸ້ມຫໍ່ ແລະ ກວດກາທົດລອງ. ເປັນເຈົ້າການໄດ້ສ່ວນໜຶ່ງໃນເຕັກໂນໂລຊີຫຸ້ມຫໍ່ ແລະ ກວດກາທົດລອງ, ກຳແໜ້ນເຕັກໂນໂລຊີໃນຂັ້ນຕອນຜະລິດເທື່ອລະກ້າວ.

ທ່ານລັດຖະມົນຕີ ຫງວຽນຈີ໋ຢຸ້ງ ເນັ້ນໜັກວ່າ ຫວຽດນາມ ກໍ່ໄດ້ຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບເກືອບທຸກໆປະເທດທີ່ມີຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າພັດທະນາ ແລະ ຫວຽດນາມ ພວມມີຫຼາຍໂອກາດເພື່ອເຂົ້າຮ່ວມລະບົບບມູນຄ່າຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າທົ່ວໂລກ.

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top