• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ມີຄວາມສາມາດຢ່າງພຽງພໍເພື່ອວິໄຈໂລກລະບາດ Covid-19

“ຫວຽດນາມ ມີຄວາມສາມາດຢ່າງພຽງພໍເພື່ອວິໄຈໂລກລະບາດ Covid-19” ນັ້ນແມ່ນຄຳຢັ້ງຢືນຂອງທ່ານ ຫງວຽນແທັງລອງ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ທີ່ກອງປະຊຸມຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດ Covid-19 ເຊິ່ງໄດ້ຈັດຕັ້ງໃນຕອນເຊົ້າວັນທີ 24 ກຸມພາ ຢູ່ຮ່າໂນ້ຍ.

 ກອງປະຊຸມຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດ Covid-19 

ທ່ານຮອງລັດຖະມົນຕີ ຫງວຽນແທັງລອງ ໃຫ້ຮູ້ວ່າ: ປັດຈຸບັນ ຫວຽດນາມ ມີ 3 ຫົວໜ່ວຍວິໄຈບັນລຸມາດຕະຖານ ເຊິ່ງໄດ້ຮັບການຢັ້ງຢືນ ແລະ ເຫັນດີເປັນເອກະພາບຖ່າຍທອດເຕັກໂຕໂລຊີ, ເຫັນດີເປັນເອກະພາບກ່ຽວກັບວິທີປະຕິບັດການວິໄຈຕົວຢ່າງພະຍາດຈາກອົງການອະນາໄມໂລກ, ລວມມີ: ສະຖານບັນ Pasteur ນະຄອນ ໂຮ່ຈີມິນ, ສະຖາບັນ Pasteus ຍາຈາງ ແລະ ສະຖາບັນອະນາໄມລະບາດວິທະຍາສູນກາງຢູ່ ຮ່າໂນ້ຍ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ກາ​ນາ​ດາ ອອກ​ຖະ​ແຫຼງ​ການ​ຮ່ວມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ຫວຽດ​ນາມ ແລະ ກາ​ນາ​ດາ ອອກ​ຖະ​ແຫຼງ​ການ​ຮ່ວມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ຫວຽດ​ນາມ ແລະ ກາ​ນາ​ດາ​ ໄດ້​ຕັດ​ສິນ​ໃຈ​ຍົກ​ລະ​ດັບ​ກາ​ນ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ເປັນຂີດໝາຍບາດ​ກ້າວ​ພັດ​ທະ​ນາ​ສຳ​ຄັນ​ໃນ​ການ​ພົວ​ພັນ​ສອງ​ປະ​ເທດ​ນັບ​ແຕ່​ເວ​ລາ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ໃນ​ປີ 1973.

Top