• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ມານະພະຍາຍາມຊຸກຍູ້ກອງປະຊຸມສຳຫຼວດກວດກາ NPT ໃຫ້ບັນລຸໝາກຜົນຢ່າງແທ້ຈິງ

ຫວຽດນາມ ຈະສົມທົບກັນຢ່າງແໜ້ນແຟ້ນ ແລະ ຕັ້ງໜ້າປະກອບສ່ວນໃຫ້ແກ່ຄວາມມານະພະຍາຍາມໃນການບູລະນະ, ຍົກສູງປະສິດທິຜົນການເຄື່ອນໄຫວຂອງສະຫະປະຊາຊາດ ເວົ້າລວມ ແລະ ກອງປະຊຸມສະມັດຊາໃຫຍ່ ເວົ້າສະເພາະ.
  ທ່ານເອກອັກຄະລັດຖະທູດ ໂດ້ຮຸ່ງຫວຽດ (ພາບ: TTXVN)  

ໃນ​ອາ​ທິດນີ້, ຢູ່​ສຳ​ນັກ​ງານ​ສະ​ຫະ​ປະ​ຊ​າ​ຊາດ, ທີ່​ ນິວຢອກ, ອາ​ເມ​ລິ​ກາ, ທ່ານ ໂດ້​​ຮຸ່ງຫວຽດ, ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ​ສະ​ຫະ​ປະ​ຊາ​ຊາດ ໄດ້​ມີ​ການ​ເຮັດ​ວຽກ​ກັບ ​ທ່ານ​ນາງ Annalena Baerbock, ປະ​ທານກອງປະຊຸມສະມັດຊາໃຫຍ່​ສະ​ຫະ​ປະ​ຊາ​ຊາດ ​ຊຸດ​ທີ 80 ເພື່ອ​ແລກ​ປ່ຽນ​ກ່ຽວ​ກັບ​ວິ​ວັດ​​ການກອງ​ປະ​ຊຸມ​ສຳຫຼວດກວດ​ກາ​​ສັນ​ຍາບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ (NPT RevCon) ຄັ້ງ​ທີ 11 ທີ່ຈັດ​ຂຶ້ນ​ແຕ່​ວັນ​ທີ 27 ເມ​ສາ - 22 ພຶດ​ສະ​ພາ ຢູ່ ນິວຢອກ.

ທີ່​ການ​ເຮັດ​ວຽກ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໂດ້​ຮຸ່ງ​ຫວຽດ ເນັ້ນ​ໜັກ​ເຖິງ​ສ​ະ​ພາບ​ພູມ​ສາດ​ການ​ເມືອງ​ສາ​ກົນ​ໃນ​ປະ​ຈຸ​ບັນ ພວມ​ວາງ​ອອກ​ສິ່ງ​ທ້າ​ທາຍ​ສັບ​ສົນ​ຫຼາຍ​ຢ່າງ, ພ້ອມ​ກັນ​ນັ້ນ ກໍ່ຢືນ​ຢັນ​ຄວາມ​ຕັດ​ສິນ​ໃຈ​ຂອງ ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ໃຫ້​ກອງ​ປະ​ຊຸມ​ບັນ​ລຸ​ໝາກ​ຜົນ​ຢ່າງ​ແທ້​ຈິງ ແລະ ດຸ່ນ​ດ່ຽງ. ພ້ອມທັງຢືນ​ຢັນ​ວ່າ ຫວຽດ​ນາມ ຈະ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ແລະ ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ໃຫ້​ແກ່​ຄວາມມານະພະຍາຍາມໃນການ​ບູລະນະ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫ​ວ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ ເວົ້າ​ລວມ ແລະ ກອງ​ປະ​ຊຸມສະມັດຊາ​ໃຫຍ່ ​ເວົ້າ​ສະ​ເພາະ.

ສ່ວນ​ທ່ານປະ​ທານກອງ​ປະ​ຊຸມສະມັດຊາ​ໃຫຍ່ ​ນາງ Annalena Baerbock ຢືນ​ຢັ​ນ​ວ່າ ຫ້ອງ​ການ​ປະ​ທານກອງ​ປະ​ຊຸມ​ສະມັດຊາໃຫຍ່ ພ້ອມ​ແລ້ວທີ່​ຈະ​ໜູນ​ຊ່ວຍ​ປະ​ທານ NPT RevCon 11 ໃນ​ວຽກ​ງານ​ບໍ​ລິ​ຫານກອງ​ປະ​ຊຸມ, ປະ​ສານ​ງານ​​ປະ​ໜິ​ປະ​ນອມ ແລະ ຊຸ​ກ​ຍູ້ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ເພື່ອ​ໃຫ້​ກອງ​ປະ​ຊຸມ​ບັນ​ລຸ​ໝາກ​ຜົນ​ຢ່າງ​ຕັ້ງ​ໜ້າ.

(ແຫຼ່ງຄັດຈາກ VOV)

ກົດ​ໝາຍ​ວ່າ​ດ້ວຍ​ນະ​ຄອນ​ຫຼວງ ປີ 2026 ເປີດ​ທາງ​ໃຫ້​ແກ່​ຮູບ​ແບບ​ການ​ພັດ​ທະ​ນາ​ໃໝ່​ຂອງ ຮ່າ​ໂນ້ຍ

ກົດ​ໝາຍ​ວ່າ​ດ້ວຍ​ນະ​ຄອນ​ຫຼວງ ປີ 2026 ເປີດ​ທາງ​ໃຫ້​ແກ່​ຮູບ​ແບບ​ການ​ພັດ​ທະ​ນາ​ໃໝ່​ຂອງ ຮ່າ​ໂນ້ຍ

ບັນ​ດາ​ກົນ​ໄກ, ນະ​ໂຍ​ບາຍ​ຜັນ​ຂະ​ຫຍາຍ​ກົດ​ໝາຍ​ວ່າ​ດ້ວຍ​ນະ​ຄອນຫຼວງ ປີ 2026 ໄດ້​ເປີດ​ພື້ນ​ທີ່​ພັດ​ທະ​ນາ​ໃໝ່, ສ້າງ​ພື້ນ​ຖານ​ໃຫ້​ແກ່​ຮູບ​ແບບ​ບໍ​ລິ​ຫານ​ຕົວ​ເມືອງ​ທັນ​ສະ​ໄໝ ແລະ ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ​ຂອງ​ນະ​ຄອນຫຼວງ​ໃນ​ໄລ​ຍະ​ຍາວ.

Top