• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ມອບ ສູນປ້ອງກັນຕ້ານ ແລະ ປິ່ນປົວພະຍາດໄຂ້ຍຸງໃຫ້ລາວ

      ທ່ານ ຫງວຽນດັງຮູ່ງ ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳພາກເໜືອຂອງ ລາວ ຫາກໍ່ມີການຢ້ຽມຢາມ ແລະ ເຮັດວຽກກັບການນຳຂອງ 3 ແຂວງ ຫຼວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ.

ພິທີລົງນາມລົງທຶນໂຄງການກໍ່ສ້າງສູນປ້ອງກັນຕ້ານ ແລະ ປິ່ນປົວພະຍາດໄຂ້ຍຸງຂອງແຂວງຝູ້ເທາະໃຫ້ແກ່ແຂວງຫຼວງນ້ຳທາ
      ຢູ່ ແຂວງ ຫຼວງນ້ຳທາ, ທ່ານ ຫງວຽນດັງຮູ່ງ ແລະ ທ່ານ ເພັດຖາວອນ ພິລະວັນ ເລຂາພັກ, ເຈົ້າແຂວງ ແຂວງຫຼວງນ້ຳທາ   ໄດ້ເປັນສັກຂີພິຍານພິທີເຊັນສັນຍາອຸປະຖຳໂຄງການກໍ່ສ້າງສູນປ້ອງກັນຕ້ານ ແລະ ປິ່ນປົວພະຍາດໄຂ້ຍຸງ, ດ້ວຍມູນຄ່າເກືອບ 434.000 USD ຈາກແຫຼ່ງທຶນຊ່ວຍເຫຼືອລ້າຂອງແຂວງ ຝູເທາະ. ໂຄງການລວມມີຕຶກອາຄານສອງຊັ້ນມີຫ້ອງເຮັດວຽກ 18 ຫ້ອງ ແລະ ສະໂມສອນພ້ອມກັບອຸປະກອນຕົບແຕ່ງພາຍໃນຄົບຊຸດ. ພາຍຫຼັງກໍ່ສ້າງສຳເລັດ, ຈະຊ່ວຍແຂວງ ຫຼວງນ້ຳທາ ມີພື້ນຖານວັດຖຸການແພດທີ່ກ້ວາງຂວາງສວຍງາມຕື່ມອີກເພື່ອຮັບໃຊ້ວຽກງານເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຊົນໄດ້ເປັນຢ່າງດີກ່ວາ.
            ທີ່ບັນດາການເຮັດວຽກ, ທ່ານ ຫງວຽນດັງຮູ່ງ ແລະ ເລຂາພັກແຂວງ-ເຈົ້າແຂວງ 3 ແຂວງ ຫຼວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ ໄດ້ແລກປ່ຽນບາງບັນຫາເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມືລະຫວ່າງບັນດາແຂວງຂອງ ຫວຽດນາມ ກັບບັນດາທ້ອງຖິ່ນແຮກສ່ຽວຂອງ ລາວ, ປຶກສາຫາລືມາດຕະການຊຸກຍູ້, ສົ່ງເສີມວິສາຫະກິດຂອງ ຫວຽດນາມ ສືບຕໍ່ລົງທຶນເຂົ້າບັນດາແຂວງພາກເໜືອຂອງ ລາວ ແລະ ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດ ແລະ ຊາວຫວຽດນາມອາໄສຢູ່ບັນດາທ້ອງຖິ່ນດຳເນີນທຸລະກິດ ແລະ ດຳລົງຊີວິດຢ່າງສະດວກກ່ວາ.
(ແຫຼ່ງຄັດຈາກ VOV)

ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສຸດຍອດ P4G ໃນປີ 2025

ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສຸດຍອດ P4G ໃນປີ 2025

ກອງປະຊຸມໂດຍລັດຖະບານ Colombia ຈັດຕັ້ງຂຶ້ນ, ດ້ວຍການເຂົ້າຮ່ວມຂອງຜູ້ແທນປະມານ 500 ທ່ານມາຈາກ 12 ປະເທດ ແລະ ບັນດາອົງການຄູ່ຮ່ວມມືຂອງ P4G.

Top