• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ຟີລິບປິນ ແບ່ງປັນປະສົບການໃນການຈັດຕັ້ງງານມະຫາກຳກິລາ SEA Games

      ວັນທີ 3 ກັນຍາ, ຢູ່ຮ່າໂນ້ຍ, ທ່ານ ເຈິ່ນດຶກເຟິ໊ນ ຮອງຫົວໜ້າກົມຜູ້ຮັບຜິດຊອບກົມໃຫຍ່ກິລາກາຍຍະກຳ ສັງກັດກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ມີການເຮັດວຽກກັບທ່ານ Paul Vincent L.Uy, ຜູ້ຕາງໜ້າສະຖານທູດ ຟີລິບປິນ ປະຈຳ ຫວຽດນາມ ຮັບຜິດຊອບກ່ຽວກັບການຮ່ວມມືລະຫວ່າງສອງຝ່າຍໃນຂົງເຂດກິລາ, ກາຍຍະກຳ.

ການເຮັດວຽກລະຫວ່າງ ທ່ານ   ເຈິ່ນດຶກເຟິ໊ນ ຮອງຫົວໜ້າກົມຜູ້ຮັບຜິດຊອບກົມໃຫຍ່ກິລາກາຍຍະກຳ ແລະ ທ່ານ Paul Vincent L.Uy, ຜູ້ຕາງໜ້າສະຖານທູດ ຟີລິບປິນ ປະຈຳ ຫວຽດນາມ (ພາບ: ກົມໃຫຍ່ກິລາກາຍຍະກຳ)
      ທີ່ການເຮັດວຽກ, ທ່ານ Paul Vincent L.Uy ມີຄວາມປາດຖະໜາຢາກແບ່ງປັນປະສົບການໃນວຽກງານຈັດຕັ້ງງານມະຫາກຳກິລາ SEA Games ຄັ້ງທີ 30 ຢູ່ຟີລິບປິນ ໃນປີ 2019 ເພື່ອແນໃສ່ໜູນຊ່ວຍວຽກງານກະກຽມໃຫ້ແກ່ SEA Games ຄັ້ງທີ 31 ທີ່ຈະຈັດຂຶ້ນຢູ່ຫວຽດນາມ ໃນປີ 2021.
        ທ່ານ ເຈິ່ນດຶກເຟິ໊ນ ຮອງຫົວໜ້າກົມ ຜູ້ຮັບຜິດຊອບກົມໃຫຍ່ກິລາກາຍຍະກຳ ກໍໄດ້ສະແດງຄວາມຂອບອົກຂອບໃຈຕໍ່ເຈດຕະນາດີຂອງ ຟີລິບປິນ ໃນວຽກງານກະກຽມ ແລະ ຈັດຕັ້ງງານມະຫາກຳກິລາຂະໜາດໃຫຍ່ທີ່ສຸດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ພ້ອມທັງໃຫ້ຮູ້ວ່າ ຄະນະຈັດຕັ້ງຫວຽດນາມ ພວມຢູ່ໃນຂັ້ນຕອນປຶກສາຫາລື, ຄິດໄລ່ຊັ່ງຊາ ເພື່ອນຳເອົາ 4 ປະເພດກິລາເຂົ້າຮ່ວມລາຍການແຂ່ງຂັນ, ຫຼັງຈາກນັ້ນ ຈະຍື່ນສະເໜີຕໍ່ນາຍົກລັດຖະມົນຕີພິຈາລະນາ ແລະ ຕົກລົງກ່ອນເດືອນພະຈິກ 2020./.
 (ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທານ​ສະ​ພ​າ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ພົບ​ປະ​ກັບ​ພະ​ນັກ​ງານ, ລັດ​ຖະ​ກອນ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ໄທ

ທ່ານ​ປະ​ທານ​ສະ​ພ​າ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ພົບ​ປະ​ກັບ​ພະ​ນັກ​ງານ, ລັດ​ຖະ​ກອນ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ໄທ

ສອງປະເທດພວມມານະພະຍາຍາມມຸ່ງໄປເຖິງການນຳວົງເງິນການຄ້າບັນລຸລະດັບ 25 ຕື້ USD ຕາມທິດຸ່ນດ່ຽງກ່ວາ. ນີ້ແມ່ນໜ້າທີ່ຂອງສະຖານທູດ, ພິເສດແມ່ນຂອງພະນັກງານການຄ້າ.

Top