• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ພັດທະນາໃນພື້ນຖານຢ່າງໜັກແໜ້ນ

ບົດຂຽນກໍ່ໄດ້ຮັບຮູ້ ຫວຽດນາມ ໄດ້ຜ່ານຜ່າບັນດາຄວາມຫຍຸ້ງຍາກຂອງພື້ນຖານເສດກິດໂລກຍ້ອນວິກິດການຢູ່ ຢູແກຼນ ກໍ່ໃຫ້ເກີດເປັນຢ່າງດີ. ຍອດຜະລິດຕະພັນພາຍໃນປະເທດ (GDP) ໃນໄຕມາດທີ II/2022 ໄດ້ເພີ່ມຂຶ້ນ 7,72% ...
  ບົດຂຽນໃນໜັງສືພິມໂລກໄວໜຸ່ມ (Junge Welt)  

ດ້ວຍຫົວຂໍ້ “ພັດທະນາເສດຖະກິດໃນພື້ນຖານຢ່າງໜັກແໜ້ນ”, ນັກຂ່າວ Gerhard Feldbauer ມີບົດຂຽນໃນໜັງສືພິມໂລກໄວໜຸ່ມ (Junge Welt) ຂອງເຢຍລະມັນ, ສະບັບອອກວັນທີ 2 ສິງຫາ, ໃນນັ້ນໄດ້ຕີລາຄາລະດັບການເຕີບໂຕຢ່າງແຮງຂອງ ຫວຽດນາມ ໃນ 2 ປີເກີດໂລກລະບາດໂຄວິດ - 19, ໃນຂະນະທີ່ການລົງທຶນໂດຍກົງຈາກຕ່າງປະເທດພວມເພີ່ມຂຶ້ນຢ່າງແຮງ. ບົດໜັງສືພິມໃຫ້ຮູ້ວ່າ ໃນສະພາບເສດຖະກິດຝ່າຍຕາເວັນຕົກພວມມີສັນຍານຖືກຊຸດໂຊມນັ້ນ, ພື້ນຖານເສດຖະກິດ ຫວຽດນາມ ຍັງພັດທະນາຢ່າງແຮງ.

ບົດຂຽນກໍ່ໄດ້ຮັບຮູ້ ຫວຽດນາມ ໄດ້ຜ່ານຜ່າບັນດາຄວາມຫຍຸ້ງຍາກຂອງພື້ນຖານເສດກິດໂລກຍ້ອນວິກິດການຢູ່ ຢູແກຼນ ກໍ່ໃຫ້ເກີດເປັນຢ່າງດີ. ຍອດຜະລິດຕະພັນພາຍໃນປະເທດ (GDP) ໃນໄຕມາດທີ II/2022 ໄດ້ເພີ່ມຂຶ້ນ 7,72% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021, ເພີ່ມຂຶ້ນຢ່າງແຮງຈາກຕົວເລກ 5,05% ຂອງໄຕມາດທີ I/2022. ໝາກຜົນທີ່ດີນີ້ສ່ວນຫຼາຍແມ່ນອີງໃສ່ການສົ່ງອອກເພີ່ມຂຶ້ນສູງ. ບົດຂຽນໄດ້ຄັດສະເໜີຕົວເລກຂອງທະນາຄານ HSBC ໂດຍໃຫ້ຮູ້ວ່າ: ຫວຽດນາມ ນອນໃນກຸ່ມປະເທດມີການເຕີບໂຕສູງທີ່ສຸດໃນພາກພື້ນ ຍ້ອນແມ່ນໜຶ່ງໃນຈຳນວນໜ້ອຍປະເທດໃນໂລກຍັງບັນລຸການເຕີບໂຕໃນ 2 ປີຢ່າງລຽນຕິດ ນັບແຕ່ເມື່ອເກີດໂລກລະບາດໂຄວິດ -19. ການລົງທຶນໂດຍກົງຈາກຕ່າງປະເທດຂອງ ຫວຽດນາມ ກໍ່ພວມເພີ່ມຂຶ້ນ.

(ແຫຼ່ງຄັດຈາກ VOV)

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນທີ່​ໄດ້​ຮັບ​ລາງວັນ ວື່​ອາ​ຢິງ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນທີ່​ໄດ້​ຮັບ​ລາງວັນ ວື່​ອາ​ຢິງ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ສະແດງຄວາມປະທັບໃຈຕໍ່ເລື່ອງນັບແຕ່ປີ 2009 ກອງທຶນຈັດການມອບລາງວັນວື່ອາຢິງ ເພື່ອແນໃສ່ຍ້ອງຍໍສັນລະເສີນບັນດາສ່ວນບຸກຄົນ, ໝູ່ຄະນະທີ່ມີຜົນງານດີເດັ່ນໃນການຮ່ຳຮຽນ, ຄົ້ນຄວ້າວິທະຍາສາດ, ວັດທະນະທຳສິລະປະ, ກິລາ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ…

Top