• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ພວມມີຫຼາຍກາລະໂອກາດດຶງດູດທຶນ FDI ຄຸນນະພາບສູງ

ຕາມບັນດານັກຊ່ຽວຊານແລ້ວ, ບັນດາປັດໄຈທີ່ສຳຄັນສ້າງກາລະໂອກາດໃນການດຶງດູດເງິນລົງທຶນຈາກຕ່າງປະເທດ ເຂົ້າຫວຽດນາມ, ຄື: ສະຖຽນລະພາບດ້ານການເມືອງ, ພື້ນຖານເສດຖະກິດພວມຟຶ້ນຟູຢ່າງວ່ອງໄວພາຍຫຼັງໂລກລະບາດ, ຄວາມດຸ່ນດ່ຽງມະຫາພາກໄດ້ຮັບປະກັນ, ເງິນເຟີ້ໄດ້ຄວບຄຸມ.
ພາບປະກອບ

ການດຶງດູດເງິນລົງທຶນຈາກຕ່າງປະເທດ (FDI) ຂອງ ຫວຽດນາມ ສືບຕໍ່ບັນລຸໄດ້ບັນດາໝາກຜົນອັນຕັ້ງໜ້າຫຼາຍຢ່າງ. ຍອດເງິນລົງທຶນຈາກຕ່າງປະເທດຈົດທະບຽນເຂົ້າ ຫວຽດນາມ ໄລ່ຮອດວັນທີ 20 ທັນວາ 2023 ບັນລຸ 36,6 ຕື້ໂດລາສະຫະລັດ, ເພີ່ມຂຶ້ນກ່ວາ 32% ເມື່ອທຽບໃສ່ປີ 2022. ຕາມບັນດານັກຊ່ຽວຊານແລ້ວ, ບັນດາປັດໄຈທີ່ສຳຄັນສ້າງກາລະໂອກາດໃນການດຶງດູດເງິນລົງທຶນຈາກຕ່າງປະເທດ ເຂົ້າຫວຽດນາມ, ຄື: ສະຖຽນລະພາບດ້ານການເມືອງ, ພື້ນຖານເສດຖະກິດພວມຟຶ້ນຟູຢ່າງວ່ອງໄວພາຍຫຼັງໂລກລະບາດ, ຄວາມດຸ່ນດ່ຽງມະຫາພາກໄດ້ຮັບປະກັນ, ເງິນເຟີ້ໄດ້ຄວບຄຸມ. ຫວຽດນາມ ໄດ້ລົງນາມສັນຍາການຄ້າເສລີຫຼາຍສະບັບ ແລະ ພວມປະຕິບັດຢ່າງມີປະສິດທິຜົນ, ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວລົງທຶນ ແລະ ການຄ້າສາກົນ. ປອ ເລຢຸຍບິ່ງ, ນັກຊ່ຽວຊານເສດຖະກິດ ຖືວ່າ:

“ບັນດານັກລົງທຶນຕ່າງປະເທດ, ພິເສດແມ່ນບັນດາວິສາຫະກິດໃຫຍ່ ເຂົາເຈົ້າສົນໃຈເຖິງສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດທີ່ສຸດ. ນີ້ແມ່ນບັນຫາວາງອອກໃຫ້ແກ່ພວກເຮົາ ຄວນຍົກລະດັບສະພາບແວດລ້ອມການລົງທຶນ. ບັນຫາທີສອງແມ່ນພວກເຮົາປັບປຸງພື້ນຖານໂຄງລ່າງ, ພວກເຮົາໄດ້ປະຕິບັດໃນຊຸມປີຜ່ານມາຢ່າງຂ້ຽວຂາດ, ພິເສດແມ່ນການຍູ້ແຮງການລົງທຶນສາທາລະນະ ແລະ ລະດົມການເຂົ້າຮ່ວມຢ່າງໃຫຍ່ຫຼວງຂອງພາກເອກະຊົນ ເພື່ອປັບປຸງພື້ນຖານໂຄງລ່າງ, ແຕ່ພວກເຮົາຄວນຍູ້ແຮງກ່ວາ ເພື່ອປັບປຸງໂສມໜ້າໃໝ່. ຈາກນັ້ນ, ຫລຸດຜ່ອນຊ່ອງຫວ່າງກັບຕະຫຼາດ, ຫລຸດຜ່ອນລາຍຈ່າຍກ່ຽວກັບ logistic, ຫລຸດຜ່ອນລາຍຈ່າຍໃນການດຳເນີນທຸລະກິດໃຫ້ແກ່ວິສາຫະກິດ”.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ສະ​ໜັບ​ສະ​ໜູນ ແລະ ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ປະ​ຊາ​ຊົນ ໃນ​ອາ​ຊຽນ

ຫວຽດ​ນາມ ສະ​ໜັບ​ສະ​ໜູນ ແລະ ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ປະ​ຊາ​ຊົນ ໃນ​ອາ​ຊຽນ

ເຂົ້າ​ຮ່ວມ​ເຫດ​ການ, ສະ​ຖານ​ທູດ ຫວຽດ​ນາມ ໄດ້​ຈັດ​ຮ້າ​ນໂຄ​ສະ​ນາ, ວາງ​ສະ​ແດງ​ບັນ​ດາ​ຜະ​ລິດ​ຕະ​ພັນຫັດ​ຖະ​ກຳສິ​ລະ​ປະ​ພື້ນ​ເມືອງ, ຮູບພາບ​ການ​ທ່ອງ​ທ່ຽວ ຫວຽດ​ນາມ ແລະ ຜະ​ລິດ​ຕະ​ພັນ​ໃຊ້​ສວຍ​ຈຳ​ນວນ​ໜຶ່ງ.

Top