• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ພວມຜັນຂະຫຍາຍຖືກຕາມຄວາມຄືບໜ້າແຜນຮ່າງປູກເຂົ້າ 1 ລ້ານເຮັກຕາປ່ອຍກາກບອນຕ່ຳ

ເມື່ອແຜນຮ່າງບັນລຸຜົນສຳເລັດຈະແມ່ນຮູບແບບທົດລອງໃຫ້ແກ່ທົ່ວໂລກກ່ຽວກັບວິທີການປູກຝັງໃໝ່ນີ້.
(ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເຈິ່ນແທັງນາມ)

ຫວຽດນາມ ໄດ້ ແລະ ພວມຜັນຂະຫຍາຍຖືກຕາມຄວາມຄືບໜ້າແຜນຮ່າງ “ພັດທະນາ 1 ລ້ານເຮັກຕາສະເພາະປູກເຂົ້າຄຸນນະພາບສູງປ່ອຍກາກບອນຕ່ຳແບບຍືນຍົງ ຕິດພັນກັບການເຕີບໂຕສີຂຽວເຂດທົ່ງພຽງແມ່ນ້ຳຂອງຮອດປີ 2030”. ກ່າວຄຳເຫັນທີ່ກອງປະຊຸມທີ່ຈັດຂຶ້ນໃນຕອນບ່າຍວັນທີ 24 ກັນຍາ ກັບຄະນະປະຕິບັດງານຂອງທະນາຄານໂລກ ແລະ ກອງທຶນການເງິນຫັນປ່ຽນກາກບອນ (TCAF) ໜູນຊ່ວຍປະຕິບັດແຜນຮ່າງ, ຢູ່ ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເຈິ່ນແທັງນາມ, ໃຫ້ຮູ້ວ່າ:

“ເປົ້າໝາຍຕົ້ນຕໍຂອງແຜນຮ່າງແມ່ນເພື່ອປະກອບສ່ວນຍົກສູງຄຸນຄ່າແບບຍືນຍົງຂອງເມັດເຂົ້າສານ ຫວຽດນາມ; ຈັດຕັ້ງການຜະລິດຄືນໃໝ່ ແລະ ຊ່ວຍປະຊາຊົນຍົກສູງລາຍຮັບ, ຮັບປະກັນກ່ຽວກັບສິ່ງແວດລ້ອມຕາມຄຳໝັ້ນສັນຍາຂອງລັດຖະບານກ່ຽວກັບການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ. ຜ່ານ 6 ຮູບແບບຜັນຂະຫຍາຍຢູ່ບັນດາທ້ອງຖິ່ນທີ່ແຕກຕ່າງກັນໃນເນື້ອທີ່ 300 ເຮັກຕາ ໄດ້ເກັບກ່ຽວນັ້ນ, ທາງກະຊວງຈະສືບຕໍ່ຜັນຂະຫຍາຍການປູກເຂົ້າລະດູໜາວຕໍ່ໃສ່ລະດູບານໃໝ່ ແລະ ລະດູຮ້ອນຕໍ່ໃສ່ລະດູໃບໄມ້ຫຼົ່ນຂອງປີຕໍ່ໄປ ເພື່ອມີພື້ນຖານປະກາດໃຊ້ລະບົບຕົວເລກວັດແທກການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວຂອງຕົ້ນເຂົ້າ”.

ສ່ວນທ່ານ Li Guo, ຜູ້ຕາງໜ້າຄະນະປະຕິບັດງານ ແລະ ກອງທຶນການເງິນຫັນປ່ຽນກາກບອນ, ນັກຊ່ຽວຊານຂັ້ນສູງທະນາຄານໂລກ ໃຫ້ຮູ້ວ່າ, ເມື່ອແຜນຮ່າງບັນລຸຜົນສຳເລັດຈະແມ່ນຮູບແບບທົດລອງໃຫ້ແກ່ທົ່ວໂລກກ່ຽວກັບວິທີການປູກຝັງໃໝ່ນີ້.

(ແຫຼ່ງຄັດຈາກ VOV)

World Cup 2026:  ພິ​ທີ​ໄຂ​ທຳ​ອິດ​ໄດ້​ດຳ​ເນີນ​ໃນ​ວັນ​ທີ 11 ມິ​ຖຸ​ນາ​ຢູ່ ເມ​ັກຊີ​ໂກ

World Cup 2026: ພິ​ທີ​ໄຂ​ທຳ​ອິດ​ໄດ້​ດຳ​ເນີນ​ໃນ​ວັນ​ທີ 11 ມິ​ຖຸ​ນາ​ຢູ່ ເມ​ັກຊີ​ໂກ

ພິ​ທີ​ໄຂ​ທຳ​ອິດ​ໄດ້​ດຳ​ເນີນ​ຢູ່​ສະ​ໜາມ​ກິ​ລາ Estadio Azteca, ກ່ອນ​ນັດ​ເຕະ​ຂອງ ເມັກ​ຊີ​ໂກ ແລະ ອາບ​ຟ​ຼິກ​ກາ​ໃຕ້ ໃນ​ເວ​ລາ 13 ໂມງ​ຂອງວັນ​ທີ 11 ມິ​ຖຸ​ນາ, ຕາມ​ເວ​ລາ​ທ້ອງ​ຖິ່ນ.

Top