• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ປະຕິບັດແຜນນະໂຍບາຍ, ນະໂຍບາຍການຮ່ວມມືລົງທຶນຕ່າງປະເທດຢ່າງສະເໝີຕົ້ນສະເໝີປາຍ

      ໝາກຜົນຂອງການດຶງດູດການລົງທຶນຈາກຕ່າງປະເທດໃນ 30 ປີຜ່ານມາ ໄດ້ສະແດງໃຫ້ເຫັນນະໂຍບາຍນີ້ຂອງພັກ ແລະ ລັດແມ່ນຖືກຕ້ອງ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
      ຕອນເຊົ້າວັນທີ 04 ຕຸລາ, ກອງປະຊຸມ 30 ປີແຫ່ງການດຶງດູດການລົງທຶນຈາກຕ່າງປະເທດ (FDI) ໂດຍກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຈັດຕັ້ງ, ໄດ້ໄຂຂຶ້ນຢູ່ຮ່າໂນ້ຍ. ດ້ວຍຫົວຂໍ້ວ່າ: “30 ປີແຫ່ງການດຶງດູດການລົງທຶນຈາກຕ່າງປະເທດຢູ່ ຫວຽດນາມ - ວິໄສທັດ ແລະ ກາລະໂອກາດໃໝ່ໃນສັກກະລາດໃໝ່”. ເຂົ້າຮ່ວມກອງປະຊຸມມີທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບຜູ້ແທນກ່ວາ 3.500 ຄົນເປັນການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ; ບັນດາອົງການທຸຕານຸທູດ; ສະຫະສະມາຄົມວິສາຫະກິດ, ບັນດາອົງການໜູນຊ່ວຍວິສາຫະກິດ, ອົງການຈັດຕັ້ງສາກົນ…
        ກ່າວຄຳເຫັນໄຂກອງປະຊຸມ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈີ໊ຢຸງ ຢືນຢັນວ່າ:
        ທຶນ FDI ໄດ້ປະກອບສ່ວນສຳຄັນຊຸກຍູ້ການພັດທະນາເສດຖະກິດ ແລະ ຫັນປ່ຽນໂຄງປະກອບເສດຖະກິດ ພ້ອມທັງສ້າງຕັ້ງບັນດາຂະແໜງອຸດສາຫະກຳຕົ້ນຕໍຄື: ໂທລະຄົມມະນາຄົມ, ນ້ຳມັນອາຍແກັດ, ເອເລັກໂຕນິກ, ເຄມີ, ເຫຼັກກ້າ, ເຕັກໂນໂລຊີຂໍ້ມູນຂ່າວສານ, ເກີບໜັງ, ຕ່ຳແຜ່ນຕັດຫຍິບ, ປຸງແຕ່ງຜະລິດຕະພັນກະເສດສະບຽງອາຫານດ້ວຍການເຂົ້າຮ່ວມຂອງ FDI ຫລາຍຂະແໜງຄື: ທະນາຄານ, FDI ຍັງແມ່ນປັດໄຈພັດທະນານການກໍ່ສ້າງບັນດາເຂດຕົວເມືອງໃໝ່, ອຳນວຍຄວາມສະດວກໃຫ້ ຫວຽດນາມ ເປີດກ້ວາງຕະຫລາດສາກົນ, ປະກອບສ່ວນເຮັດໃຫ້ການຄ້າມີຄວາມດຸ່ນດ່ຽງ. ການດຶງດູດ FDI ຍັງປະກອບສ່ວນໃຫ້ແກ່ວິວັດການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ, ຊ່ວຍຍົກສູງຂອບຂະໜາດ, ບົດບາດ ແລະ ທີ່ຕັ້ງຂອງ ຫວຽດນາມ ໃນເວທີສາກົນ.
        ໝາກຜົນຂອງການດຶງດູດການລົງທຶນຈາກຕ່າງປະເທດໃນ 30 ປີຜ່ານມາ ໄດ້ສະແດງໃຫ້ເຫັນນະໂຍບາຍນີ້ຂອງພັກ ແລະ ລັດແມ່ນຖືກຕ້ອງ. ທ່ານ Tomaso Andreatta ປະທານຮ່ວມສຳພັນທະມິດເວທີປາໄສວິສາຫະກິດ ຫວຽດນາມ (VBF) ຖືວ່າ:
        ໝາກຜົນທີ່ບັນລຸໄດ້ນີ້ ແມ່ນຍ້ອນຊາວ ຫວຽດນາມ ຍາມໃດກໍ່ຖອດຖອນບົດຮຽນ, ມີຄວາມດຸໝັ່ນ ແລະ ຍ້ອນນະໂຍບາຍດຶງດູດ FDI ຂອງລັດຖະບານໃນຕະຫລອດຊຸມປີຜ່ານມາ ກໍ່ຄືເລື່ອງ ລັດຖະບານຕັ້ງໜ້າເປີດກ້ວາງການພົວພັນແລກປ່ຽນກັບຕ່າງປະເທດ.
        ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງບົດບາດຂອງແຫຼ່ງທຶນ FDI ສຳລັບການພັດທະນາຂອງເສດຖະກິດ ຫວຽດນາມ ແລະ ຊີ້ແຈ້ງວ່າ ຄວນມີມາດຕະການສັງລວມເພື່ອດຶງດູດແຫຼ່ງທຶນ FDI ໃນໄລຍະຈະມາເຖິງ.
        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໃຫ້ຮູ້ວ່າ: ບົນພື້ນຖານບົດລາຍງານສະຫລຸບ 30 ປີແຫ່ງການລົງທຶນຈາກຕ່າງປະເທດ, ລັດຖະບານຈະຍື່ນສະເໜີຕໍ່ກົມການເມືອງເພື່ອປະກາດໃຊ້ມະຕິສະບັບໃໝ່ກ່ຽວກັບການດຶງດູດການລົງທຶນຈາກຕ່າງປະເທດຮອດປີ 2030.
 (ແຫຼ່ງຄັດຈາກ VOV)
 

ທ່ານເລຂາທິການໃຫຍ່ ຫງວຽນຝູຕ້ອງ ຕ້ອນຮັບປະທານສະພາແຫ່ງຊາດ ກຳປູເຈຍ

ທ່ານເລຂາທິການໃຫຍ່ ຫງວຽນຝູຕ້ອງ ຕ້ອນຮັບປະທານສະພາແຫ່ງຊາດ ກຳປູເຈຍ

ທ່ານເລຂາທິການໃຫຍ່ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ສະໜັບສະໜູນພາລະກິດແຫ່ງການສ້າງສາ ແລະ ພັດທະນາຂອງປະເທດ ກຳປູເຈຍ ແລະ ຕີລາຄາສູງການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ໃນທຸກຊ່ອງທາງ, ທຸກຂົງເຂດ.

Top