• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ປະຕິບັດສຳເລັດບົດບາດເປັນກຳມະການບໍ່ຖາວອນຂອງ ສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020-2021

ວັນທີ 31/12/2021, ຫວຽດນາມປະຕິບັດສຳເລັດຖານະເປັນກຳມະການບໍ່ຖາວອນຂອງ ສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020-2021 ຢ່າງເປັນທາງການ.
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ດັ້ງຮ່ວາງຢາງ ກ່າວຄຳເຫັນທີ່ກອງປະຊຸມ

ເນື່ອງໃນໂອກາດນີ້, ວັນທີ 28 ທັນວານີ້, ຄະນະປະຕິບັດງານລະຫວ່າງຂະແໜງການສະພາຄວາມໝັ້ນຄົງໄດ້ຈັດກອງປະຊຸມຄັ້ງສຸດທ້າຍເພື່ອປຶກສາຫາລື, ຕີລາຄາສະພາບການ ແລະ ໝາກຜົນການເຂົ້າຮ່ວມສະພາຄວາມໝັ້ນຄົງໃນ 2 ປີຜ່ານມາ. ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ເປັນເອກະພາບກັນວ່າ ຫວຽດນາມ ໄດ້ສຳເລັດບົດບາດເປັນກຳມະການບໍ່ຖາວອນຂອງ ສະພາ ຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020-2021 ຢ່າງດີເດັ່ນ. ຫວຽດນາມ ໄດ້ເຂົ້າຮ່ວມຢ່າງແທດຈິງ ເຂົ້າໃນບັນດາວຽກງານລວມຂອງສະພາຄວາມໝັ້ນຄົງ, ໄດ້ຮັບການຕີລາຄາສູງຈາກ ສປຊ, ປະເທດອື່ນ ແລະ ຫາງສຽງສາກົນ ແລະ ພາຍໃນປະເທດ; ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປຶກສາຫາລື ແລະ ຊອກຫາວິທີແກ້ໄຂເພື່ອສະກັດກັ້ນ ແລະ ແກ້ໄຂບັນດາຜົນຮ້າຍຈາກການປະທະກັນ, ຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ບົນພື້ນຖານເຄົາລົບກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ, ວິທີການເຂົ້າເຖິງຢ່າງຮອບດ້ານ ແລະ ມີວັດທະນະທຳມະນຸດ, ສ້າງບັນດາຂີດໝາຍກ່ຽວກັບສີສັນ ແລະ  ສິລະປະການທູດຫຼາຍຝ່າຍຂອງຫວຽດນາມ.

       ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ດັ້ງຮ່ວາງຢາງ ຢືນຢັນວ່າ: ບັນດາປັດໄຈສຳຄັນທີ່ພາໄປເຖິງຜົນສຳເລັດໃນອາຍຸການສະພາຄວາມໝັ້ນຄົງຂອງຫວຽດນາມ ໃນຄັ້ງນີ້ ແມ່ນການເຂົ້າຮ່ວມຂອງທົ່ວລະບົບການເມືອງ ໂດຍພາຍໃຕ້ການຊີ້ນຳຢ່າງໃກ້ຊິດ ແລະ ການເຂົ້າຮ່ວມໂດຍກົງຂອງ. ການນຳຂັ້ນສູງຂອງພັກ ແລະ ລັດ;ຄວາມຍຶດໝັ້ນໃນຫຼັກການແລະຄ່ອງຕົວໃນຍຸດທະສາດ; ການປະສານສົມທົບຢ່າງແໜ້ນແຟ້ນລະຫວ່າງບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ; ການສະໜັບສະໜູນ ແລະ ຄວາມເຫັນດີເຫັນພ້ອມຂອງປະຊາຊົນພາຍໃນປະເທດ ແລະ ຄວາມໄວ້ເນື້ອເຊື່ອໃຈ ແລະ ການສະໜັບສະໜູນຂອງເພື່ອນມິດສາກົນ.

(ແຫຼ່ງຄັດຈາກ VOV)

ວາລະສານທ່ອງທ່ຽວ ອາເມລິກາ ເລືອກເຟັ້ນ 7 ໂຮງແຮມ ດີສຸດຢູ່ ຫວຽດນາມ

ວາລະສານທ່ອງທ່ຽວ ອາເມລິກາ ເລືອກເຟັ້ນ 7 ໂຮງແຮມ “ດີສຸດຢູ່ ຫວຽດນາມ”

ຫວ່າງແລ້ວນີ້ ວາລະສານທ່ອງທ່ຽວ ອາເມລິກາ CnTraveler ໃຫ້ຮູ້ວ່າ: ມີໂຮງແຮມ ຫວຽດນາມຫລາຍແຫ່ງໄດ້ຄັດເລືອກເຂົ້າບັນຊີລາຍຊື່ແຖວຫນ້າໂລກຂອງວາລະສານນີ້.

Top