• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ປະກອບສ່ວນເຂົ້າວຽກງານລວມຂອງສະພາຄວາມໝັ້ນຄົງ ສ.ປ.ຊ ຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ

      ວັນທີ 25 ພະຈິກ, ຫວຽດນາມ ເປັນປະທານ ແລະ ສົມທົບກັບ ນອກແວ ແລະ ອາຟະລິກາໃຕ້ ໄດ້ຈັດຕັ້ງກອງປະຊຸມລະຫວ່າງ 10 ປະເທດກຳມະການບໍ່ປະຈຳການໃນປັດຈຸບັນ (E10) ແລະ 5 ປະເທດຫາກໍ່ໄດ້ຮັບການເລືອກຕັ້ງເປັນກຳມະການບໍ່ປະຈຳການ (I5). ກອງປະຊຸມມີຫົວຂໍ້ “ຄວາມມານະພະຍາຍາມລວມເພື່ອສະພາຄວາມໝັ້ນຄົງສະຫະປະຊາຊາດຢ່າງມີປະສິດທິຜົນ: ປະສົບການ ແລະ ບົດຮຽນທີ່ດີໃຫ້ແກ່ບັນດາປະເທດທີ່ຫາກໍ່ໄດ້ຮັບການເລືອກຕັ້ງເປັນກຳມະການບໍ່ປະຈຳການ” ຜ່ານທາງອອນລາຍ ແລະ ໂດຍກົງ.

ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ (ພາບ: VGP)
      ໃນບົດກ່າວຄຳເຫັນຢູ່ ຮ່າໂນ້ຍ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ຢັ້ງຢືນວ່າ ປີ 2020 ແມ່ນປີປະສົບກັບຄວາມຫຍຸ້ງຍາກສຳລັບປະຊາຄົມສາກົນ. ໂລກລະບາດໂຄວິດ-19 ໄດ້ກໍ່ໃຫ້ເກີດວິກິດການສາມາລະນະສຸກ, ສັງຄົມ ແລະ ເສດຖະກິດນາບຂູ່ຢ່າງຮ້າຍແຮງເຖິງສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ສົ່ງຜົນກະທົບບໍ່ໜ້ອຍເຖິງການເຄື່ອນໄຫວຂອງ ສ.ປ.ຊ, ສະພາຄວາມໝັ້ນຄົງ.
            ໃນສະພາບການນັ້ນ, ທ່ານ ຟ້າມບິ່ງມິງ ໄດ້ຊົມເຊີຍບັນດາຄວາມານະພະຍາຍາມລວມຂອງປະຊາຄົມສາກົນເພື່ອຮັກສາສັນຕິພາບ, ການຮ່ວມມື ແລະ ພັດທະນາ, ທ່ານໄດ້ຢັ້ງຢືນເຖິງ ຄວາມເຊື່ອໝັ້ນຂອງບັນດາປະເທດສະມາຊິກ ສ.ປ.ຊ ທີ່ມີຕໍ່ບົດບາດປະສານງານຂອງ ສ.ປ.ຊ ໃນການແກ້ໄຂບັນດາບັນຫາທົ່ວໂລກ.
            ເນື່ອງໃນໂອກາດນີ້, ທ່ານ ຟ້າມບິ່ງມິງ ເນັ້ນໜັກວ່າ ບັນດາຄຳໝັ້ນສັນຍາ ແລະ ບູລິມະສິດຂອງ ຫວຽດນາມ ຢູ່ ສະພາຄວາມໝັ້ນຄົງໃນອາຍຸການຂອງຕົນ, ຄືການຊຸກຍູ້ລັດທິຫຼາຍຝ່າຍ ແລະ ວິທີການແກ້ໄຂຫຼາຍຝ່າຍເພື່ອແກ້ໄຂການປະທະກັນ; ເພີ່ມທະວີໃຫ້ຄຳໝັ້ນສັນຍາສາກົນ ແລະ ປະຕິບັດກົດບັດ ສ.ປ.ຊ, ກົດໝາຍສາກົນ; ຊຸກຍູ້ການຮ່ວມມືລະຫວ່າງ ສ.ປ.ຊ ກັບບັນດາອົງການພາກພື້ນ; ປ້ອງກັນ ແລະ ຕ້ານການປະທະກັນ; ປົກປ້ອງສາມັນຊົນ, ພິເສດແມ່ນບັນດາກຸ່ມມີຄວາມສ່ຽງ ແລະ ພື້ນຖານໂຄງລ່າງທີ່ຈຳເປັນໃນການປະທະກັນດ້ວຍອາວຸດ; ກໍ່ສ້າງຄືນໃໝ່ພາຍຫຼັງການປະທະກັນ, ໃນນັ້ນມີການແກ້ໄຂຜົນຮ້າຍຈາກນລະເບີດບໍ່ທັນແຕກ.
(ແຫຼ່ງຄັດຈາກ VOV)

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top