• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າເພື່ອແກ້ໄຂບັນດາບັນຫາລວມຂອງພາກພື້ນ ແລະ ສາກົນ

ກຸ່ມ G7 ແລະ G7 ເປີດກ້ວາງໄດ້ຖືການພົວພັນກັບ ຫວຽດນາມ ເປັນສຳຄັນ, ປາດຖະໜາຢາກເພີ່ມທະວີການຮ່ວມມືຫຼາຍດ້ານແບບຕ່າງຝ່າຍຕ່າງມີຜົນປະໂຫຍດກັບ ຫວຽດນາມ.
ທ່ານ ຟ້າມກວາງຮ້ຽວ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ

ຫວຽດນາມ ຈະເຂົ້າຮ່ວມກອງປະຊຸມສຸດຍອດ ກຸ່ມບັນດາພື້ນຖານອຸດສາຫະກຳພັດທະນາແຖວໜ້າຂອງໂລກ (G7) ຈັດຂຶ້ນໃນລະຫວ່າງວັນທີ 19 – 21 ພຶດສະພາ ຢູ່ Hiroshima, ດ້ວຍຖານະເປັນແຂກຖືກເຊີນ ຂອງ ຍີ່ປຸ່ນ. ນີ້ແມ່ນຄັ້ງທີ 3 ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດຂອງກຸ່ມ G7 ເປີດກ້ວາງ ແລະ ນີ້ແມ່ນຄັ້ງທີ 2 ຫວຽດນາມ ໄດ້ຮັບຄຳເຊີນດ້ວຍຖານະເປັນປະເທດຊາດ, ບໍ່ຕາງໜ້າໃຫ້ອົງການ ຫຼື ກຸ່ມປະເທດໃນພາກພື້ນ. ທ່ານ ຟ້າມກວາງຮ້ຽວ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ, ເນັ້ນໜັກວ່າ:

        “ເລື່ອງ ຫວຽດນາມ ສືບຕໍ່ໄດ້ຮັບຄຳເຊີນເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກ້ວາງຢູ່ Hiroshima, ປະເທດ ຍີ່ປຸ່ນ ສະແດງໃຫ້ເຫັນວ່າ ປະຊາຄົມສາກົນ ຖືບົດບາດຂອງ ຫວຽດນາມ ເປັນສຳຄັນ ດ້ວຍທ່ີຕັ້ງບົດບາດນັບມື້ນັບສູງຂຶ້ນໃນພາກພື້ນ ແລະ ຢູ່ໃນໂລກ, ຕີລາຄາສູງກ່ຽວກັບແຜນນະໂຍບາຍເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ ກໍ່ຄືບັນດາຄວາມມານະພະຍາຍາມ ແລະ ການປະກອບສ່ວນມີລັກສະນະສ້າງສັນ ແລະ ມີຄວາມຮັບຜິດຊອບຂອງ ຫວຽດນາມ ໃນບັນດາບັນຫາລວມຂອງສາກົນ ຄື ການພັດທະນາແບບຍືນຍົງ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ຄວາມໝັ້ນຄົງດ້ານສະບຽງອາຫານ, ຄວາມໝັ້ນຄົງດ້ານພະລັງງານ”.

        ກຸ່ມ G7 ແລະ G7 ເປີດກ້ວາງໄດ້ຖືການພົວພັນກັບ ຫວຽດນາມ ເປັນສຳຄັນ, ປາດຖະໜາຢາກເພີ່ມທະວີການຮ່ວມມືຫຼາຍດ້ານແບບຕ່າງຝ່າຍຕ່າງມີຜົນປະໂຫຍດກັບ ຫວຽດນາມ. ບັນດາປະເທດສະມາຊິກ G7 ເຫັນດີເປັນເອກະພາບ ນຳ ຫວຽດນາມ ເຂົ້າບັນຊີລາຍຊື່ບັນດາປະເທດ G7 ຮັບບຸລິມະສິດຮ່ວມມືດ້ານພະລັງງານ.

        ກ່ຽວກັບການພົວພັນສອງຝ່າຍ, ປີນີ້, ຫວຽດນາມ ແລະ ຍີ່ປຸ່ນ  ສະເຫຼີມສະຫຼອງ 50 ປີແຫ່ງການພົວພັນທາງການທູດ (1973 -2023), ແລະ ເພື່ອຕອບສະໜອງຄຳເຊື້ອເຊີນຂອງລັດຖະບານ ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະເຂົ້າຮ່ວມກອງປະຊຸມສຸດຍອດ ຂອງກຸ່ມ G7 ເປີດກ້ວາງ.

 

(ແຫຼ່ງຄັດຈາກ VOV)

ສານກ່ຽວກັບປະເທດ ຫຽດນາມ ພັດທະນາຢ່າງຂະຫຍັນຂັນເຄື່ອນ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ

ສານກ່ຽວກັບປະເທດ ຫຽດນາມ ພັດທະນາຢ່າງຂະຫຍັນຂັນເຄື່ອນ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ

ຫວຽດນາມ ໄດ້ປັບປຸງ ແລະ ເພີ່ມທະວີການພົວພັນຮ່ວມມືຫຼາຍດ້ານກັບບັນດາປະເທດ, ເປີດກຳລັງໜູນ ແລະ ກາລະໂອກາດໃໝ່ ເພື່ອຍາດແຍ່ງການໜູນຊ່ວຍ ແລະ ແຫຼ່ງກຳລັງໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ.

Top