ວັນທີ 02 ມິຖຸນາ, ຢູ່ ກາຈາກຕາ, ປະເທດ ອິນໂດເນເຊຍ, ທ່ານ ດັ້ງຮວ່າງຢາງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລະ ທ່ານ Michael DeSombre, ຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ ໄດ້ເປັນປະທານຮ່ວມກອງປະຊຸມເຈົ້າໜ້າທີ່ຂັ້ນສູງການພົວພັນຄູ່ຮ່ວມມືແມ່ນ້ຳຂອງ - ອາເມລິກາ (MUSP) ປີ 2026.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີການຕ່າງປະເທດ ດັ້ງຮວ່າງຢາງ ສະເໜີ 4 ບຸລິມະສິດໃຫ້ແກ່ການຮ່ວມມືໃນໄລຍະຈະມາເຖິງ, ໃນນັ້ນມີ: ປັບປຸງການພົວພັນ 2 ຝ່າຍໃຫ້ແທດຈິງລະຫວ່າງ ອາເມລິກາ ແລະ ແຕ່ລະປະເທດແມ່ນ້ຳຂອງ; ຊຸກຍູ້ການເຊື່ອມຕໍ່ເສດຖະກິດຜ່ານການຮ່ວມສຳພັນການຜະລິດ, ລະບົບສະໜອງດ້ວຍຕົນເອງ, ການພັດທະນາຕະຫຼາດອາຍແກັດທຳມະຊາດແຫຼວ (LNG); ສົມທົບກັນຮັບມືກັບບັນດາສິ່ງທ້າທາຍແບບໃໝ່; ການຄຸ້ມຄອງແຫຼ່ງນ້ຳ, ຫັນລະບົບຕິດຕາມກວດກາເປັນທັນສະໄໝ.
ສ່ວນທ່ານ Michael DeSombre, ຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ ໄດ້ຢືນຢັນຄືນໃໝ່ວ່າ ແມ່ນ້ຳຂອງ ແມ່ນພາກສ່ວນສຳຄັນໃນນະໂຍບາຍມະຫາສະໝຸດອິນເດຍ - ປາຊີຟິກ ຂອງ ອາເມລິກາ. ໃນໄລຍະຈະມາເຖິງ, ຜ່ານການພົວພັນຄູ່ຮ່ວມມື MUSP, ອາເມລິກາ ປາດຖະໜາຢາກໜູນຊ່ວຍເຂດອະນຸພາກພື້ນແມ່ນ້ຳຂອງ “ປອດໄພກວ່າ, ເຂັ້ມແຂງກວ່າ ແລະ ມີຄວາມວັດທະນາຖາວອນກວ່າ”.






