• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອພະຍາດ Covid – 19

      ຕາມບົດລາຍງານຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ຫວຽດນາມ ໃຫ້ຮູ້ວ່າ: ນັບແຕ່ເວລາ 18 ໂມງຂອງວັນທີ 29 ສິງຫາ ມາຮອດເວລາ 6 ໂມງວັນທີ 30 ສິງຫາ, ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອພະຍາດ Covid – 19.

ພາບປະກອບ: TTXVN
      ປັດຈຸບັນ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 1040 ຄົນ, ໃນນັ້ນມີ 667 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ  ມີຜູ້ເສຍຊີວິດ 32 ຄົນ.
     ແລະ ກໍ່ໃນເຫດການທີ່ກ່ຽວຂ້ອງ ໃນວັນທີ 29 ສິງຫາ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ຂອງຫວຽດນາມ, ສະຖານທູດຫວຽດນາມ ປະຈຳ ຍີ່ປຸ່ນ ແລະ ບໍລິສັດການບິນຫວຽດນາມ (Vietnam Airlines) ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງຍີ່ປຸ່ນ ໄດ້ນຳສົ່ງພົນລະເມືອງຫວຽດນາມ 350 ຄົນຈາກຍີ່ປຸ່ນ ກັບມາປະເທດຢ່າງປອດໄພ.   ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນສາກົນ ກາມແຮງ, ຜູ້ໂດຍສານທັງໝົດໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ.
            ໃນລະຫວ່າງ ວັນທີ 29 – 30 ສິງຫາ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຫວຽດນາມ, ບັນດາອົງການຕາງໜ້າຫວຽດນາມ ຢູ່ອາບຟຼິກກາ, ຕາເວັນອອກກາງ ແລະ ບໍລິສັດການບິນ Qatar Airways ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງບັນດາປະເທດທີ່ກ່ຽວຂ້ອງນຳສົ່ງພົນລະເມືອງຫວຽດນາມ 140 ຄົນກັບມາປະເທດຢ່າງປອດໄພ.
     ຕາມເວັບໄຊສະຖິຕິ Worldometers.info ແລ້ວ, ໄລ່ຮອດເວລາ 22 ໂມງຂອງວັນທີ 29 ສິງຫາ (ຕາມເວລາ ສາກົນ), ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ຈຳນວນ 25.125.084 ຄົນ, ໃນນັ້ນມີ ຜູ້ເສຍຊີວິດ 845.361 ຄົນ, ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 17.343.425 ຄົນ.
     ອາເມລິກາຍັງຄົງແມ່ນປະເທດຖືກຮັບຜົນສະທ້ອນຢ່າງຮ້າຍແຮງທີ່ສຸດຈາກໂລກລະບາດ Covid – 1 ດ້ວຍຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 6.132.930 ຄົນ, ໃນນັ້ນມີ 186.727 ຄົນເສຍຊີວິດ . ຖັດຈາກນັ້ນແມ່ນ ບຣາບິນ, ອິນເດຍ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ຫງວຽນຝູຕ້ອງ ຕ້ອນຮັບປະທານສະພາແຫ່ງຊາດ ກຳປູເຈຍ

ທ່ານເລຂາທິການໃຫຍ່ ຫງວຽນຝູຕ້ອງ ຕ້ອນຮັບປະທານສະພາແຫ່ງຊາດ ກຳປູເຈຍ

ທ່ານເລຂາທິການໃຫຍ່ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ສະໜັບສະໜູນພາລະກິດແຫ່ງການສ້າງສາ ແລະ ພັດທະນາຂອງປະເທດ ກຳປູເຈຍ ແລະ ຕີລາຄາສູງການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ໃນທຸກຊ່ອງທາງ, ທຸກຂົງເຂດ.

Top