• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ບັນລຸໄດ້ບັນດາເປົ້າໝາຍພື້ນຖານຂອງໄຕມາດ I ປີ 2023

ກອງປະຊຸມໄດ້ສຸມໃສ່ປຶກສາຫາລືສະພາບການເສດຖະກິດ, ສັງຄົມເດືອນ ມີນາ ແລະ ໄຕມາດ I ປີ 2023 ນີ້, ສະພາບການຜັນຂະຫຍາຍມະຕິເລກທີ 01 ຂອງລັດຖະບານກ່ຽວກັບໜ້າທີ່, ມາດຕະການຕົ້ນຕໍປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ.
  ກອງປະຊຸມໄທກາງຂອງລັດຖະບານ ກັບທ້ອງຖິ່ນ ປະຈຳເດືອນ ມີນາ (ພາບ: TTXVN)  

ຕອນເຊົ້າວັນທີ 3 ເມສາ, ຈາກ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມໄທກາງຂອງລັດຖະບານ ກັບທ້ອງຖິ່ນ ປະຈຳເດືອນ ມີນາ ປີນີ້. ກອງປະຊຸມໄດ້ສຸມໃສ່ປຶກສາຫາລືສະພາບການເສດຖະກິດ, ສັງຄົມເດືອນ ມີນາ ແລະ ໄຕມາດ I ປີ 2023 ນີ້, ສະພາບການຜັນຂະຫຍາຍມະຕິເລກທີ 01 ຂອງລັດຖະບານກ່ຽວກັບໜ້າທີ່, ມາດຕະການຕົ້ນຕໍປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ປັບປຸງສະພາບແວດລ້ອມດຳເນີນທຸລະກິດ, ຍົກສູງກຳລັງແກ່ງແຍ້ງແຫ່ງຊາດປີ 2023, ໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ, ສັງຄົມ, 03 ໂຄງການເປົ້າໝາຍແຫ່ງຊາດ (ໂຄງການສ້າງຊົນນະບົດໃໝ່; ໂຄງການພັດທະນາເສດຖະກິດ - ສັງຄົມເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ; ໂຄງການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກແບບຍືນຍົງ); ສະພາບການຈັດແບ່ງ, ປ່ອຍເງິນລົງທຶນສາທາລະນະ.

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ: ໃນເດືອນ ມີນາ ແລະ ໄຕມາດທຳອິດຂອງປີ, ສະພາບການເສດຖະກິດ, ສັງຄົມສືບຕໍ່ບັນລຸໄດ້ບັນດາໝາກຜົນຕັ້ງໜ້າ, ເປັນໜ້າຊື່ນຊົມ, ທ່ານກ່າວວ່າ:

“ຫວນຄືນໄຕມາດ I ປີນີ້, ບັນດາເປົ້າໝາຍພື້ນຖານ ຫວຽດນາມ ຍັງຄົງບັນລຸໄດ້. ນັ້ນແມ່ນຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ການເຕີບໂຕບັນລຸ 3,32%, ການດຸ່ນດ່ຽງໃຫຍ່ຍັງໄດ້ຮັບການຮັບປະກັນ. ຕະຫຼາດແຮງງານສືບຕໍ່ຟື້ນຟູຢ່າງໄວວ່າ ການເມືອງເປັນປົກກະຕິ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບໄດ້ຮັບການຮັກສາ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໄດ້ຮັບການຮັບປະກັນ, ການພົວພັນຕ່າງປະເທດໄດ້ເພີ່ມທະວີຍູ້ແຮງ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ”.

ຕອນບ່າຍວັນທີ 03 ເມສາ, ກອງປະຊຸມໄດ້ປຶກສາຫາລືກ່ຽວກັບບົດລາຍງານເພີ່ມເຕີມໝາກຜົນການປະຕິບັດແຜນການລົງທຶນສາທາລະນະປີ 2022, ສະພາບການຜັນຂະຫຍາຍແຜນການລົງທຶນສາທາລະນະປີ 2023; ບົດລາຍງານຕີລາຄາເພີ່ມເຕີ່ມໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມປີ 2022, ສະພາບການຜັນຂະຫຍາຍແຜນການພັດທະນາເສດຖະກິດ - ສັງຄົມປີ 2023…

ສະຫຼຸບວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ ຊີ້ແຈ້ງວ່າ ຍັງບໍ່ທັນປ່ຽນແປງເປົ້າໝາຍການເຕີບໂຕໃນປີນີ້ ແລະ ດັດຊະນີຄວບຄຸມໄພເງິນເຟີ້. ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງສຸມໃສ່ແກ້ໄຂຂໍ້ຕິດຄັດ, ໂດຍສະເພາະແມ່ນຂໍ້ຕິດຄັດດ້ານນິຕິກຳ, ຊຸກຍູ້ການຜະລິດ, ດຳເນີນທຸລະກິດ, ສ້າງວຽກເຮັດງານທຳ, ການຫາເງິນລ້ຽງຊີບໃຫ້ແກ່ປະຊາຊົນ; ຍູ້ແຮງການປະຕິຮູບລະບຽບການບໍລິຫານ; ມີນະໂຍບາຍປະຕິບັດການຍົກເວັ້ນ, ຫຼຸດຜ່ອນ, ຕໍ່ກຳນົດເວລາພາສີ, ຄ່າທຳນຽມ…

(ແຫຼ່ງຄັດຈາກ VOV)

UNDP - ຄູ່​ຮ່ວມມື​ສຳ​ຄັນ ແລະ ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ ຫວຽດ​ນາມ ບົນ​ເສັ້ນ​ທາງ​ພັດ​ທະ​ນາ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ

UNDP - ຄູ່​ຮ່ວມມື​ສຳ​ຄັນ ແລະ ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ ຫວຽດ​ນາມ ບົນ​ເສັ້ນ​ທາງ​ພັດ​ທະ​ນາ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ

ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຮັບເຊື້ອເຊີນເປັນນັກປະຖະກະຖາຢູ່ກອງປະຊຸມ ເພື່ອແບ່ງປັນບົດຮຽນປະສົບຜົນສຳເລັດຂອງ ຫວຽດນາມ.

Top