• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ບັນລຸໄດ້ຄວາມກ້າວໜ້າຫລາຍຢ່າງກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍໃນບັນດາຂົງເຂດເສດຖະກິດ - ສັງຄົມ

ຕອນເຊົ້າວັນທີ 06 ທັນວາ, ຢູ່ຮ່າໂນ້ຍ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ສົມທົບກັບສະຖານທູດ ອົດສະຕາລີ ປະຈຳ ຫວຽດນາມ ແລະ ອົງການສະຫະປະຊາຊາດເພື່ອແມ່ຍິງ (UN Women).
ຈັດຕັ້ງກອງປະຊຸມສຳມະນາ “ເລີ່ມເຄື່ອນໄຫວການກວດກາ 10 ປີແຫ່ງການປະຕິບັດຍຸດທະສາດລະດັບຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍໄລຍະປີ 2011 – 2020 ແລະ ສ້າງຍຸດທະສາດລະດັບຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍໄລຍະປີ 2021 - 2030”.
 
ທ່ານ ຟ້າມງອັກຕ໊ຽນ, ຫົວໜ້າກົມຄວາມສະເໝີພາບລະຫວ່າງຍິງ-ຊາຍ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ

ທີ່ກອງປະຊຸມສຳມະນາ, ທ່ານ ຟ້າມງອັກຕ໊ຽນ, ຫົວໜ້າກົມຄວາມສະເໝີພາບລະຫວ່າງຍິງ-ຊາຍ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມໃຫ້ຮູ້ວ່າ:

        “ໃນສະພາບການພາຍໃນປະເທດ ແລະ ສາກົນ ພວມມີບັນດາການປ່ຽນແປງຢ່າງວ່ອງໄວ, ທັງສ້າງກາລະໂອກາດກໍ່ຄືບັນດາສິ່ງທ້າທາຍໃຫຍ່ຫລວງ ຄວນໄດ້ຮັບການແກ້ໄຂຄືການປະຕິວັດອຸດສາຫະກຳ 4.0, ການປ່ຽນແປງຂອງດິນຟ້າອາກາດ, ໄພທຳມະຊາດ, ໂລກພະຍາດ ແລະ ບັນດາບັນຫາຄວາມໝັ້ນຄົງແບບເກົ່າ, ໄລຍະຫ່າງລະຫວ່າງຂົ້ວຮັ່ງຂົ້ວທຸກ; ສະພາບຈຳແນກຄວາມຮັ່ງມີທຸກຍາກ, ແຮງງານອົບພະຍົມ, ຄວາມຮຸນແຮງ, ການຄ້າມະນຸດ, ທຳຮ້າຍເດັກນ້ອຍ ແລະ ແມ່ຍິງ.

        ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ແບ່ງປັນແຜນການໜູນຊ່ວຍຂອງບັນດາອົງການຈັດຕັ້ງ, ບັນດາຝ່າຍທີ່ກ່ຽວຂ້ອງ ແລະ ປະກອບຄຳເຫັນ ແນໃສ່ສ້າງບົດລາຍງານເຕັກນິກກະກຽມໃຫ້ແກ່ການກວດກາການປະຕິບັດຍຸດທະສາດລະດັບຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍໄລຍະປີ 2011 – 2020 ແລະ ສ້າງຍຸດທະສາດລະດັບຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍໄລຍະປີ 2021 – 2030 ໃຫ້ສຳເລັດ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top