• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຖື ເປັນສຳຄັນ ບົດບາດຂອງ EU - ໜຶ່ງໃນບັນດາຄູ່ຮ່ວມມືສຳຄັນທີ່ສຸດໃນນະໂຍບາຍພົວພັນຕ່າງປະເທດ ຂອງ ຫວຽດນາມ

ທ່ານນາຍົກລັດຖະມົນຕີສະແດງຄວາມປິຕິຊົມຊື່ນຕໍ່ບາດກ້າວພັດທະນາຢ່າງຕັ້ງໜ້າຂອງການພົວພັນຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - EU ໃນໄລຍະຜ່ານມາ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານຮອງປະທານຝ່າຍບໍລິຫານ ເອີລົບ (EC)

Frans Timmermans (ພາບ: TTXVN) 

ຕອນບ່າຍວັນທີ 18 ກຸມພາ, ຢູ່ຫ້ອງວ່າການລັດຖະບານ, ທີ່ການຕ້ອນຮັບທ່ານຮອງປະທານຝ່າຍບໍລິຫານ ເອີລົບ (EC) Frans Timmermans ພວມມີການຢ້ຽມຢາມ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນ ບົບບາດຂອງ ສະຫະພາບ ເອີລົບ EU ໂດຍແມ່ນໜຶ່່ງໃນບັນດາຄູ່ຮ່ວມມືສຳຄັນທີ່ສຸດໃນນະໂຍບາຍພົວພັນຕ່າງປະເທດ ຂອງ ຫວຽດນາມ. ທ່ານນາຍົກລັດຖະມົນຕີກໍ່ສະແດງຄວາມປິຕິຊົມຊື່ນຕໍ່ບາດກ້າວພັດທະນາຢ່າງຕັ້ງໜ້າຂອງການພົວພັນຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - EU ໃນໄລຍະຜ່ານມາ. ໃນປີ 2022, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ສອງຝ່າຍຈັດກອງປະຊຸມໂດຍກົງ ກ່ຽວກັບກົນໄກຮ່ວມມື - ຄູເຈລະຈາ; EU ສ້າງເງື່ອນໄຂສະດວກໃຫ້ສິນຄ້າ ຫວຽດນາມ ໄດ້ແຊກຊືມຕະຫຼາດເອີລົບ; ພິຈາລະນາການຍົກເລີກບັດເຫຼືອງ ກ່ຽວກັບສິນໃນນ້ຳຂອງ ຫວຽດນາມ; ສະໜັບສະໜູນການຊຸກຍູ້ບັນດາປະເທດສະມາຊິກ EU ສຳເລັດການໃຫ້ສັດຕະຍາບັນເພື່ອໃຫ້ ສັນຍາອາລັກຂາການລົງທຶນຫວຽດນາມ - EU (EVIPA) ມີຜົນສັກສິດໂດຍໄວ.

ສ່ວນທ່ານ Frans Timmermans ກໍ່ສະແດງຄວາມປະທັບໃຈຕໍ່ຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ, ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດລວມຂອງກອງປະຊຸມ ສົນທິສັນຍາແມ່ຂອງ ສປຊ ຄັ້ງທີ 26 (COP26); ທ່ານຢັ້ງຢືນວ່າ EU ພ້ອມກັບບັນດາປະເທດ ສະມາຊິກ ຢາກຮ່ວມເດີນທາງພ້ອມກັບ ຫວຽດນາມໃນວິວັດການພັດທະນາແບບຍືນຍົງ; ພ້ອມແລ້ວທີ່ຈະແບ່ງປັນບົດຮຽນປະສົບການ, ໜູນຊ່ວຍດ້ານເຕັກນິກ ແລະ ລະດົມແຫຼ່ງກຳລັງ, ເພີ່ມທະວີການຮ່ວມມືພາກລັດ ແລະ ເອກະຊົນ, ຊ່ວຍຫວຽດນາມ ຜັນຂະຫຍາຍ ຄຳໝັ້ນສັນຍາຢູ່ COP26 ໃຫ້ປະສົບຜົນສຳເລັດ.


(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top