• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຖືເປັນສຳຄັນ ແລະ ຜັນຂະຫຍາຍຫຼາຍມາດຕະການລະອຽດ ເພື່ອແນໃສ່ປົກປ້ອງສິດທິມະນຸດ

ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ຜັນຂະຫຍາຍຫຼາຍມາດຕະການລະອຽດ ເພື່ອແນໃສ່ປົກປ້ອງສິດທິມະນຸດ, ພ້ອມທັງແບ່ງປັນຂໍ້ມູນຂ່າວສານ ກ່ຽວກັບການສ້າງສຳເລັດບົດລາຍງານແຫ່ງຊາດ ຕາມກົນໄກກວດກາ UPR.
ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ພົບປະກັບ ຂ້າຫຼວງໃຫຍ່ ສິດທິມະນຸດ ສປຊ Volker Turk (ພາບ:Anh Hiển/TTXVN)

ໂດຍສືບຕໍ່ການເຄື່ອນໄຫວເຂົ້າຮ່ວມກອງປະຊຸມສຸດຍອດຊຸດທີ 55 ຂອງສະພາສິດທິມະນຸດ ສປຊ, ວັນທີ 27 ກຸມພາ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ພົບປະກັບ ຂ້າຫຼວງໃຫຍ່ ສິດທິມະນຸດ ສປຊ Volker Turk.

ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ແຈ້ງໃຫ້ຊາບກ່ຽວກັບບັນດາຜົນງານໃນການພັດທະນາເສດຖະກິດ - ສັງຄົມ, ການລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ, ຮັບປະກັນການໄດ້ຊົມໃຊ້ສິດທິມະນຸດໃຫ້ແກ່ປະຊາຊົນໃນວິວັດທະນາການປ່ຽນແປງໃໝ່ ແລະ ພັດທະນາຢູ່ ຫວຽດນາມ ໃນເກືອບ 40 ປີຜ່ານມາ. ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ຜັນຂະຫຍາຍຫຼາຍມາດຕະການລະອຽດ ເພື່ອແນໃສ່ປົກປ້ອງສິດທິມະນຸດ, ພ້ອມທັງແບ່ງປັນຂໍ້ມູນຂ່າວສານ ກ່ຽວກັບການສ້າງສຳເລັດບົດລາຍງານແຫ່ງຊາດ ຕາມກົນໄກກວດກາ UPR. ທ່ານລັດຖະມົນຕີ ຫວຽດນາມ ສະເໜີ ຫ້ອງວ່າການຂ້າຫຼວງໃຫຍ່ ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ, ໜູນຊ່ວຍຜັນຂະຫຍາຍບັນດາຂໍ້ລິເລີ່ມຂອງ ຫວຽດນາມ, ໃນນັ້ນມີມະຕິກ່ຽວກັບສິດທິມະນຸດ ແລະ ການປ່ຽນແປງຂອງດິນຟ້າອາກາດ ເຊິ່ງຄາດວ່າຈະຍື່ນສະເໜີຕໍ່ສະພາສິດທິມະນຸດໃນເດືອນ ມິຖຸນາ 2024.

ທ່ານ ຂ້າຫຼວງໃຫຍ່ Volker Turk ໄດ້ຊົມເຊີຍ ຫວຽດນາມ ໃນຖານະບົດບາດເປັນສະມາຊິກຂອງສະພາສິດທິມະນຸດປີທຳອິດໃນອາຍຸການ 2023 – 2025 ບັນລຸຜົນສຳເລັດ, ຂອບອົກຂອບໃຈ ຫວຽດນາມ ໄດ້ຍົກອອກບັນດາຄຳໝັ້ນສັນຍາທີ່ມີຄວາມໝາຍເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນຖະແຫຼງການສິດທິມະນຸດສາກົນ. ທ່ານ Volker Turk ຕີລາຄາສູງການສົມທົບ, ໜູນຊ່ວຍຢ່າງຕັ້ງໜ້າຂອງ ຫວຽດນາມ ທີ່ມີຕໍ່ຫ້ອງວ່າການຂ້າຫຼວງໃຫຍ່ ແລະ ປາດຖະໜາຢາກສືບຕໍ່ເພີ່ມທະວີການຮ່ວມມືສອງຝ່າຍໄດ້ດີກ່ວາອີກ.

(ແຫຼ່ງຄັດຈາກ VOV)

ASEAN Cup 2026: ຫວຽດນາມ ປ້ອງກັນແຊັມໄດ້ຢ່າງສໍາເລັດຜົນ

ASEAN Cup 2026: ຫວຽດນາມ ປ້ອງກັນແຊັມໄດ້ຢ່າງສໍາເລັດຜົນ

ຄ່ຳຄືນວັນທີ 26 ສິງຫາ 2026, ທີມຊາດ ຫວຽດນາມ (ເສື້ອແດງ) ໄດ້ສະເໝີກັບ ທີມຊາດ ໄທ (ເສື້ອສີຟ້າ) ດ້ວຍຜົນຄະແນນ 2 – 2 ໃນການແຂ່ງຂັນຮອບຊີງຊະນະເລີດ ນັດທີສອງ ASEAN Cup 2026 ທີ່ຈັດຂຶ້ນຢູ່ ສະໜາມກິລາແຫ່ງຊາດ ໝີດິ່ງ (ຮ່າໂນ້ຍ). ລວມຜົນການແຂ່ງຂັນ 2 ນັດ, ທີມຊາດຫວຽດນາມ ໄດ້ຊະນະດ້ວຍຜົນໄລ່ລວມ 4 – 2, ປ້ອງກັນແຊັມ ASEAN Cup ໄດ້ຢ່າງສໍາເລັດຜົນ.

Top