• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນ ຫວຽດນາມ - ອາເມລິກາ

ທີ່ການພົບປະ, ຄະນະໄດ້ແລກປ່ຽນກ່ຽວກັບບັນດາບາດກ້າວພັດທະນາຂອງການພົວພັນ ຫວຽດນາມ - ອາເມລິກາ ນັບແຕ່ເວລາຫັນການພົວພັນທາງການທູດເປັນປົກກະຕິໃນປີ 1995 ຕະຫຼອດຮອດການສ້າງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2023
ການເຮັດວຽກລະຫວ່າງສອງຝ່າຍ (ພາບ:TTXVN)

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ອາເມລິກາ, ຫວ່າງແລ້ວນີ້, ຄະນະຜູ້ແທນຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ໂດຍທ່ານ ໂງເລວັນ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ນຳໜ້າ ໄດ້ມີການພົບປະ, ເຮັດວຽກກັບຜູ້ຕາງໜ້າບັນດາອົງການ, ຂະບວນການຝ່າຍຊ້າຍຂອງ ອາເມລິກາ, ໃນນັ້ນມີພັກກອມມູນິດ ອາເມລິກາ. ໂດຍເປັນປະທານຮ່ວມການພົບປະ, ມີທ່ານ ດັ້ງຮ໋ວາງຢາງ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ ສປຊ.

ທີ່ການພົບປະ, ຄະນະໄດ້ແລກປ່ຽນກ່ຽວກັບບັນດາບາດກ້າວພັດທະນາຂອງການພົວພັນ ຫວຽດນາມ - ອາເມລິກາ ນັບແຕ່ເວລາຫັນການພົວພັນທາງການທູດເປັນປົກກະຕິໃນປີ 1995  ຕະຫຼອດຮອດການສ້າງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2023; ຢັ້ງຢືນ ຫວຽດນາມ ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນ ຫວຽດນາມ - ອາເມລິກາ, ຜັນຂະຫຍາຍການປະຕິບັດບັນດາຂໍ້ຕົກລົງຂັ້ນສູງລະຫວ່າງສອງຝ່າຍ, ຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືກັບບັນດາອົງການ ແລະ ຂະບວນການຝ່າຍຊ້າຍຂອງອາເມລິກາ.

ຜູ້ຕາງໜ້າບັນດາອົງການ, ຂະບວນການຝ່າຍຊ້າຍຂອງ ອາເມລິກາ ມີຄວາມປະທັບໃຈຢ່າງເລິກເຊິ່ງກ່ຽວກັບບັນດາຜົນງານເຊິ່ງ ຫວຽດນາມ ບັນລຸໄດ້ໃນເສັ້ນທາງແຫ່ງການສ້າງລັດທິສັງຄົມນິຍົມ ໃນເກືອບ 40 ປີແຫ່ງການປ່ຽນໃໝ່, ນັບທັງກ່ຽວກັບການພົວພັນພາຍໃນ ແລະ ພົວພັນຕ່າງປະເທດ; ພ້ອມທັງຢັ້ງຢືນຈະສືບຕໍ່ມານະພະຍາຍາມປະກອບສ່ວນເຂົ້າໃນການພັດທະນາຂອງການພົວພັນ ຫວຽດນາມ -  ອາເມລິກາ.

(ແຫຼ່ງຄັດຈາກ VOV)

ສ້າງເຫຼົ່າ​ທັບ ທະຫານ​ເຮືອ​ປະ​ຕິ​ວັດ, ກອງ​ທັບຫຼວງ, ຍອດ​ຢ້ຽມ, ທັນ​ສະ​ໄໝ​ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນ​ແກ່ນ

ສ້າງເຫຼົ່າ​ທັບ ທະຫານ​ເຮືອ​ປະ​ຕິ​ວັດ, ກອງ​ທັບຫຼວງ, ຍອດ​ຢ້ຽມ, ທັນ​ສະ​ໄໝ​ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນ​ແກ່ນ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ສະ​ເໜີ​ເຊື່ອມ​ຊືມ​ຢ່າງ​ເລິກ​ເຊິ່ງ, ກຳ​ແໜ້ນ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ຂອງ​ພັກ, ນະ​ໂຍ​ບາຍ, ກົດ​ໝາຍ​ຂອງ​ລັດ​ກ່ຽວ​ກັບ​ກອງ​ທັບ, ການ​ປ້ອງ​ກັນ​ຊາດ.

Top