• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຖືກຈັດເຂົ້າ Top 5 ປະເທດທີ່ມີອາຫານຕາມທ້ອງຖະໜົນແຊບທີ່ສຸດໃນໂລກ

ຕາມບົດລາຍງານສໍາຫຼວດສັງຄົມຂອງວາລະສານ CEOWORLD (ອາເມລິກາ) ທີ່ຫາກໍປະກາດໃຫ້ຮູ້ວ່າ ຄຸນນະພາບຂອງອາຫານຕາມທ້ອງຖະໜົນຂອງ ສິງກະໂປແມ່ນຢືນອັນດັບໜຶ່ງໃນຕາຕະລາງຈັດອັນດັບຂອງໂລກ.

ອາຫານທະເລ ຢູ່ຕາມທ້ອງຖະໜົນ (ພາບ: baotintuc.vn)

ນະຄອນໂຮ່ຈີມິນຂອງຫວຽດນາມ ຢືນອັນດັບທີ 4 ໃນຕາຕະລາງຈັດອັນດັບ. ບົດລາຍງານດັ່ງກ່າວ ໂດຍ ວາລະສານ CEOWORLD ປະຕິບັດໃນຕະຫຼອດໄລຍະ 3 ເດືອນຜ່ານມາ ແມ່ນອີງຕາມບັນດາຕົວເລກ ແລະ ຄໍາເຫັນຕີລາຄາຂອງບໍລິສັດທ່ອງທ່ຽວ 92.000 ແຫ່ງ ພ້ອມດ້ວຍບໍລິສັດໂດຍສານ 14.000 ແຫ່ງ ຢູ່ 86 ປະເທດ ແລະ ເຂດແຄວ້ນໃນທົ່ວໂລກ. ຕາມນັ້ນແລ້ວ, ສິງກະໂປຍາດຢືນອັນດັບໜຶ່ງໃນຕາຕະລາງຈັດອັນດັບ 50 ທ້ອງຖິ່ນ ທີ່ມີອາຫານຕາມທ້ອງຖະໜົນແຊບທີ່ສຸດໃນໂລກ. ອັນດັບທີ 2 ແລະ ທີ 3 ແມ່ນ ບາງກອກ (ໄທ) ແລະ ຮົ່ງກົງ (ຈີນ). ນະຄອນໂຮ່ຈີມິນຂອງຫວຽດນາມ ຢືນອັນດັບທີ 4 ແລະ Mumbai  ຂອງ ອິນເດຍ ຢືນອັນດັບ ທີ 5.
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top