• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຖືກຈັດເຂົ້າໃນ Top ສະຖານທີ່ທີ່ມີຜູ້ເຂົ້າຄົ້ນຫາຢູ່ ອົດສະຕາລີ ໃນຮອບເວລາ 20 ປີຜ່ານມາ

ຫວຽດນາມ ນອນໃນ Top 10 ສະຖານທີ່ເຊິ່ງນັກທ່ອງທ່ຽວ ອົດສະຕາລີ ເຂົ້າຄົ້ນຫາຫຼາຍທີ່ສຸດໃນ 7 ເດືອນຕົ້ນປີ 2022.
  (ພາບປະກອບ: Era Cruises)  

ເນື່ອງໃນໂອກາດສະເຫຼີມສະຫຼອງ 20 ປີເຄື່ອນໄຫວຢູ່ ອົດສະຕາລີ, ເຄື່ອງມືຊອກຫາແຫຼ່ງຂໍ້ມູນແຖວໜ້າໂລກ Google ຫາກໍ່ປະກາດບັນດາສະຖານທີ່ທີ່ໄດ້ເຂົ້າຄົ້ນຫາແຖວໜ້າຈາກ ອົດສະຕາລີ ໃນຮອບເວລາ 20 ປີຜ່ານມາ. ຢືນອັນດັບທີ 1 ໃນຕາຕະລາງນີ້ແມ່ນ ຍີ່ປຸ່ນ, ຖັດຈາກນັ້ນແມ່ນ ນິວຊີແລນ, ໄທ,  ຫວຽດນາມ, ແທສເມເນຍ, ອົດສະຕາລີ, ກຳປູເຈຍ, ບາລີ, ນິວຊູເວ ແລະ ໂບແນວ. ຫວ່າງມໍ່ໆມານີ້, ອົງການສະຖິຕິ ອົດສະຕາລີ (ABS) ໃຫ້ຮູ້ວ່າ ຫວຽດນາມ ນອນໃນ Top 10 ສະຖານທີ່ເຊິ່ງນັກທ່ອງທ່ຽວ ອົດສະຕາລີ ເຂົ້າຄົ້ນຫາຫຼາຍທີ່ສຸດໃນ 7 ເດືອນຕົ້ນປີ 2022. ກ່ອນເກີດໂລກລະບາດໂຄວິດ-19, ອົດສະຕາລີ ແມ່ນໜຶ່ງໃນບັນດາປະເທດມີນັກທ່ອງທ່ຽວເຂົ້າມາ ຫວຽດນາມ ຫຼາຍກວ່າໝູ່, ດ້ວຍ 383.000 ເທື່ອຄົນໃນປີ 2019 (ຢຶ່ນອັນດັບທີ 9 ກ່ຽວກັບຈຳນວນນັກທ່ອງທ່ຽວ).

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top