• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຕັ້ງໜ້າແກ້ໄຂຮົ້ວກີດຂວາງດ້ານເຕັກນິກ, ຊຸກຍູ້ການຄ້າສາກົນ

ຫວຽດນາມ ໃຫ້ຄຳໝັ້ນສັນຍາປະຕິບັດບັນດາພັນທະໃນ WTO ຢ່າງຄົບຖ້ວນ
ຄະນະຜູ້ຕາງໜ້າ ຫວຽດນາມ (ພາບ: TTXVN)

ການການຄ້າໂລກ (WTO) ກ່ຽວກັບຮົ້ວກີດຂວາງດ້ານການຄ້າ, ຢູ່ສຳນັກງານທີ່ ເຊີແນວ, ປະເທດ ສະວິດ. ຄະນະຜູ້ແທນ ຫວຽດນາມ ໄດ້ສະໜອງຂໍ້ມູນ ແລະ ຕອບບັນດາຂໍ້ຂ້ອງໃຈດ້ານເຕັກນິກ, ພ້ອມກັນນັ້ນ, ກໍ່ເສີມຂະຫຍາຍບົດບາດໜູນຊ່ວຍຂອງບັນດາອົງການຄຸ້ມຄອງ ແລະ ວິສາຫະກິດ ຫວຽດນາມ ໃນການສຳຜັດກັບແຫຼ່ງຂໍ້ມູນດ້ານເຕັກນິກຂອງບັນດາປະເທດສະມາຊິກ WTO ໄດ້ຢ່າງງ່າຍດາຍ.

ແບ່ງປັນຢູ່ນອກກອງປະຊຸມ, ທ່ານ ຟ້າມກວາງຮຸຍ, ອັກຄະລັດຖະທູດທີ່ປຶກສາ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ, ຢືນຢັນວ່າ, ຫວຽດນາມ ໃຫ້ຄຳໝັ້ນສັນຍາປະຕິບັດບັນດາພັນທະໃນ WTO ຢ່າງຄົບຖ້ວນ, ກໍຄືຍາມໃດກໍ່ຖືເລື່ອງບັນດາມາດຕະການດ້ານເຕັກນິກປອດໂປ່ງເປັນສຳຄັນ ແລະ ສົມທົບກັບປະຊາຄົມສາກົນໃນການແກ້ໄຂບັນດາຮົ້ວກີດຂວາງທີ່ບໍ່ຈຳເປັນໃນດ້ານການຄ້າ.

(ແຫຼ່ງຄັດຈາກ VOV)

ປະ​ທານ​ປະ​ເທດ ເລືອງ​ເກື່ອງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບທາງ​ລັດ​ຖະ​ກິດ​ກະ​ສັດ​ລາ​ຊະ​ອາ​ນາ​ຈັກ​ ແບນ​ຊິກ

ປະ​ທານ​ປະ​ເທດ ເລືອງ​ເກື່ອງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບທາງ​ລັດ​ຖະ​ກິດ​ກະ​ສັດ​ລາ​ຊະ​ອາ​ນາ​ຈັກ​ ແບນ​ຊິກ

ໂດຍໄດ້ຮັບຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ພັນລະຍາ, ກະສັດລາຊະອານາຈັກ ແບນຊິກ Philippe ແລະ ພະມະເຫສີ Mathilde ໄດ້ໄດ້ເດີນທາງມາຮອດນະຄອນຫຼວງ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ວັນທີ 31 ມີນາ ຫາວັນທີ 04 ເມສາ. ຕອນເຊົ້າວັນທີ 01 ເມສາ, ຢູ່ທໍານຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບກະສັດ Philippe ແລະ ພະມະຫາເຫສີ Mathilde.

Top