ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 59 ທີ່ຈັດຂຶ້ນຢູ່ ມານີລາ, ຟີລິບປິນ, ຄະນະຜູ້ແທນ ຫວຽດນາມ ໄດ້ເຂົ້າຮ່ວມບັນດາກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ການາດາ, ອາຊຽນ - ສ.ເກົາຫຼີ, ອາຊຽນ - ອົດສະຕາລີ.
ທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ການາດາ, ຄະນະຜູ້ແທນ ຫວຽດນາມ ສະເໜີ ການາດາ ສືບຕໍ່ສະໜັບສະໜູນບັນດາຫຼັກການ ແລະ ຫຼັກໝັ້ນລວມຂອງ ອາຊຽນ, ໃນນັ້ນມີການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະ ການບິນຢູ່ທະເລຕາເວັນອອກ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ພິເສດແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS).
ເມື່ອເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ສ.ເກົາຫຼີ, ຄະນະຜູ້ແທນ ຫວຽດນາມ ສະເໜີສຸມໃສ່ການສ້າງການພົວພັນຄູ່ຮ່ວມມືເສດຖະກິດ ໂດຍອີງໃສ່ນະວັດຕະກຳ, ຊຸກຍູ້ການຫັນເປັນດີຈີຕອນ ໄປພ້ອມກັບການຫັນປ່ຽນດ້ານພະລັງງານ, ແລະ ປົກປ້ອງຄວາມວັດທະນາຖາວອນລວມ ຜ່ານການຮັກສາສັນຕິພາບ ແລະ ສະຖຽນລະພາບ.
ທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ອົດສະຕາລີ, ຫວຽດນາມ ສະເໜີໃຫ້ 2 ຝ່າຍໃຫ້ບຸລິມະສິດຍູ້ແຮງການເຊື່ອມຕໍ່ເສດຖະກິດ, ຂຸດຄົ້ນຂໍ້ຕົກລົງສັນຍາການຄ້າເສລີ ອາຊຽນ - ອົດສະຕາລີ - ນິວຊີແລນ ໃຫ້ມີປະສິດທິຜົນ, ເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ການລົງທຶນ; ໜູນຊ່ວຍການພັດທະນາພື້ນຖານໂຄງລ່າງ...






